\v 30 ພວກເຂົາຈຶ່ງຖາມພຣະ­ອົງວ່າ, “ແລ້ວພຣະອົງຈະເຮັດໝາຍສຳ­ຄັນອັນໃດ ເພື່ອພວກຂ້າ­ນ້ອຍຈະໄດ້ເຫັນແລະເຊື່ອໃນພຣະອົງ? ທ່ານຈະເຮັດສິ່ງໃດແດ່? \v 31 ບັນ­ພະ­ບຸ­ຣຸດຂອງພວກຂ້າ­ນ້ອຍໄດ້ກິນມາ­ນາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, ‘ທ່ານໄດ້ໃຫ້ພວກເຂົາກິນອາຫານຈາກສະ­ຫວັນ.’”