\v 13 ພຣະ­ເຢຊູຕອບຍິງນັ້ນວ່າ, “ທຸກຄົນທີ່ດື່ມນ້ຳຈາກບໍ່ນີ້ກໍຍັງຈະກະຫາຍນ້ຳອີກຄັ້ງ. \v 14 ແຕ່ໃຜກໍຕາມທີ່ດື່ມນ້ຳທີ່ເຮົາມອບໃຫ້, ເຂົາຈະບໍ່ກະຫາຍຫີວອີກເລີຍ, ເພາະນ້ຳຊຶ່ງເຮົາຈະໃຫ້ແກ່ເຂົານັ້ນຈະກາຍເປັນນ້ຳ­ພຸໃນຕົວເຂົາ, ພຸ່ງຂຶ້ນເຖິງຊີ­ວິດອັນຕະຫລອດໄປເປັນ­ນິດ.”