\v 15 ຂ້າ­ນ້ອຍບໍ່ໄດ້ຂໍໃຫ້ພຣະ­ອົງເອົາພວກເຂົາອອກໄປຈາກໂລກ, ແຕ່ຂໍໃຫ້ປົກປ້ອງເຂົາໄວ້ໃຫ້ພົ້ນຈາກມານຮ້າຍ. \v 16 ເຂົາບໍ່ແມ່ນຝ່າຍໂລກ, ເໝືອນດັ່ງຂ້າ­ນ້ອຍບໍ່ແມ່ນຝ່າຍໂລກ. \v 17 ຂໍຊົງແຍກພວກເຂົາໃຫ້ບໍ­ຣິ­ສຸດດ້ວຍຄວາມຈິງ. ພຣະ­ທັມຂອງພຣະອົງເປັນຄວາມຈິງ.