\v 16 ເຮົາບອກຄວາມຈິງແກ່ທ່ານວ່າ, ຂ້າໃຊ້ຈະບໍ່ເປັນໃຫຍ່ກວ່ານາຍ; ແລະຜູ້ສົ່ງຂ່າວກໍບໍ່ເປັນໃຫຍ່ໄປກວ່າຜູ້ທີ່ສົ່ງເຂົາໄປ. \v 17 ຫາກທ່ານເຂົ້າໃຈສິ່ງເຫລົ່ານີ້ ຖ້າທ່ານເຮັດຕາມທ່ານຈະໄດ້ຮັບພອນ. \v 18 ເຮົາບໍ່ເວົ້າເຖິງທ່ານທັງໝົດ ເຮົາຮູ້­ຈັກຜູ້ທີ່ເຮົາໄດ້ເລືອກ ແຕ່ທີ່ເປັນເປັນເຊັ່ນນີ້ກໍເພື່ອໃຫ້ພຣະ­ຄຳສົມບູນ: ‘ຜູ້ທີ່ຮັບປະ­ທານອາ­ຫານຂອງເຮົາຄືຜູ້ທີ່ຈະຍົກສົ້ນຕີນຕໍ່ຕ້ານເຮົາ.’