\v 10 ຖ້າທ່ານເຮັດຕາມບັນ­ຍັດຂອງເຮົາ, ທ່ານກໍຈະຢູ່ໃນຄວາມຮັກຂອງເຮົາ, ເຊັ່ນດຽວກັນກັບເຮົາໄດ້ເຮັດຕາມບັນ­ຍັດພຣະ­ບິ­ດາຂອງເຮົາ ແລະຢູ່ໃນຄວາມຮັກຂອງພຣະ­ອົງ. \v 11 ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ທ່ານທັງ­ຫລາຍ ເພື່ອຄວາມຍິນ­ດີຂອງເຮົາຈະຢູ່ໃນທ່ານ ແລະຄວາມຍິນ­ດີຂອງທ່ານຈະຄົບບໍ­ລິ­ບູນ.