Thu Sep 26 2019 06:29:57 GMT+0700 (SE Asia Standard Time)
This commit is contained in:
parent
78c364fefc
commit
fe0c5ea450
|
@ -0,0 +1 @@
|
|||
\c 18 \v 1 \v 2 \v 3 1ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະອົງໄດ້ສະເດັດອອກໄປກັບພວກສາວົກຂອງພຣະອົງ ຂ້າມຫ້ວຍກິດໂຣນບ່ອນມີສວນ ພຣະອົງສະເດັດເຂົ້າໄປໃນສວນນັ້ນກັບສາວົກ. 2ຝ່າຍຢູດາຜູ້ທີ່ທໍລະຍົດຕໍ່ພຣະອົງກໍຮູ້ຈັກບ່ອນນັ້ນເໝືອນກັນ ເພາະວ່າທີ່ນັ້ນ ພຣະເຢຊູໄດ້ປະຊຸມກັນກັບພວກສາວົກຫລາຍເທື່ອແລ້ວ. 3ດັ່ງນັ້ນຢູດາໄດ້ພາພວກທະຫານກັບເຈົ້າໜ້າທີ່ ມາຈາກພວກປະໂລຫິດຕົນໃຫຍ່ແລະພວກຟາຣີຊາຍ ຖືໂຄມ, ຖືກະບອງ, ແລະເຄື່ອງ ອາວຸດເຂົ້າມາໃນທີ່ນັ້ນ.
|
|
@ -0,0 +1 @@
|
|||
\v 4 \v 5 4ຝ່າຍພຣະເຢຊູຊາບທຸກສິ່ງທີ່ຈະເກີດຂຶ້ນກັບພຣະອົງ ຈຶ່ງສະເດັດອອກໄປຊົງຖາມເຂົາວ່າ, “ທ່ານທັງຫລາຍຊອກຫາໃຜ.” 5ເຂົາທູນຕອບພຣະອົງວ່າ, “ມາຫາເຢຊູໄທນາຊາເຣັດ” ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົານີ້ແຫລະ, ຄືຜູ້ນັ້ນ” ຢູດາຜູ້ທໍລະຍົດຕໍ່ພຣະອົງກໍຢືນຢູ່ກັບຄົນເຫລົ່ານັ້ນ.
|
|
@ -0,0 +1 @@
|
|||
\v 6 \v 7 6ເມື່ອພຣະອົງຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະ, ຄືຜູ້ນັ້ນ” ເຂົາໄດ້ຖອຍຫລັງລົ້ມລົງເທິງດິນ. 7ພຣະອົງຈຶ່ງຊົງຖາມເຂົາອີກວ່າ, “ທ່ານທັງຫລາຍຊອກຫາໃຜ” ເຂົາທູນຕອບວ່າ, “ມາຫາເຢຊູໄທນາຊາເຣັດ.”
|
|
@ -0,0 +1 @@
|
|||
\v 8 \v 9 8ພຣະເຢຊູຊົງຕອບວ່າ, “ເຮົາໄດ້ບອກພວກທ່ານແລ້ວວ່າ ແມ່ນເຮົານີ້ແຫລະ ເຫດສັນນັ້ນຖ້າພວກທ່ານຊອກຫາເຮົາ ຈົ່ງປະໃຫ້ຄົນເຫລົ່ານີ້ໄປເສຍ.” 9ທັງນີ້ກໍເພື່ອໃຫ້ສຳເລັດຕາມຖ້ອຍຄຳທີ່ພຣະອົງຊົງກ່າວວ່າ, “ຄົນເຫລົ່ານີ້ທີ່ພຣະອົງປະທານໃຫ້ແກ່ຂ້ານ້ອຍ ບໍ່ໄດ້ສູນເສຍໄປແມ່ນແຕ່ຄົນດຽວ.”
|
|
@ -0,0 +1 @@
|
|||
\v 10 \v 11 10ຊີໂມນເປໂຕ ມີດາບຈຶ່ງຖອດອອກມາຟັນຂ້ອຍໃຊ້ຄົນໜຶ່ງຂອງມະຫາປະໂລຫິດ ຖືກຫູເບື້ອງຂວາຂາດ ຂ້າໃຊ້ຄົນນັ້ນຊື່ວ່າ ມາລະໂຂ. 11ພຣະເຢຊູຊົງກ່າວຕໍ່ເປໂຕວ່າ, “ຈົ່ງເອົາດາບໃສ່ຝັກໄວ້ເສຍ ຈອກທີ່ພຣະບິດາຊົງປະທານໃຫ້ແກ່ເຮົາ ເຮົາຈະບໍ່ດື່ມຫລື.”
|
|
@ -0,0 +1 @@
|
|||
\v 12 \v 13 \v 14 12ກອງທະຫານກັບນາຍພັນ ພ້ອມດ້ວຍເຈົ້າໜ້າທີ່ຂອງພວກຢິວ ໄດ້ຫຸ້ມຈັບພຣະເຢຊູມັດໄວ້. 13ແລ້ວເຂົາໄດ້ພາພຣະອົງໄປຫາອັນນາກ່ອນ ເພາະອັນນາເປັນພໍ່ເມຍຂອງກາຢະຟາ ຜູ້ຊຶ່ງເປັນມະຫາປະໂລຫິດປະຈຳການໃນປີນັ້ນ. 14ກາຢະຟາຜູ້ນີ້ແຫລະ, ທີ່ແນະນຳພວກຢິວວ່າ ຄວນໃຫ້ຄົນໜຶ່ງຕາຍແທນພົນລະເມືອງທັງໝົດ.
|
|
@ -0,0 +1 @@
|
|||
15ຊີໂມນເປໂຕກັບສາວົກອີກຄົນໜຶ່ງໄດ້ຕາມພຣະເຢຊູໄປ ສາວົກຄົນນັ້ນຮູ້ຈັກກັນກັບມະຫາປະໂລຫິດ ເຂົາໄດ້ເຂົາໄປກັບພຣະເຢຊູເຖິງເດີ່ນບ້ານຂອງມະຫາປະໂລຫິດ. 16ຝ່າຍເປໂຕຢືນຢູ່ຮີມປະຕູຂ້າງນອກ ສາວົກຄົນນັ້ນທີ່ຮູ້ຈັກກັນກັບມະຫາປະໂລຫິດ ໄດ້ອອກໄປເວົ້າກັບຜູ້ຍິງທີ່ເຝົ້າປະຕູ ແລ້ວກໍພາເປໂຕເຂົ້າໄປ.
|
Loading…
Reference in New Issue