Sun Sep 15 2019 15:42:34 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-15 15:42:35 +07:00
parent 10b2f76107
commit f885150f59
6 changed files with 6 additions and 0 deletions

1
10/27.txt Normal file
View File

@ -0,0 +1 @@
\v 27 \v 28 27ແກະຂອງເຮົາກໍຟັງ­ສຽງຂອງເຮົາ ແລະເຮົາກໍຮູ້­ຈັກຝູງແກະນັ້ນແລະເຂົາຕາມເຮົາໄປ. 28ຝ່າຍເຮົາກໍປະ­ທານຊີ­ວິດອັນຕະ­ຫລອດໄປເປັນ­ນິດໃຫ້ແກ່ແກະນັ້ນ ແລະເຂົາຈະບໍ່ຈິບ­ຫາຍຈັກເທື່ອ ບໍ່ມີຜູ້ໃດຈະຍາດເຂົາອອກຈາກມືຂອງເຮົາໄດ້.

1
10/29.txt Normal file
View File

@ -0,0 +1 @@
\v 29 \v 30 \v 31 29ອັນທີ່ພຣະ­ບິ­ດາຂອງເຮົາໄດ້ຊົງປະ­ທານໃຫ້ເຮົານັ້ນກໍໃຫຍ່ກວ່າສັບ­ພະທຸກສິ່ງ ແລະບໍ່ມີຜູ້ໃດຈະອາດຍາດອັນນັ້ນອອກຈາກພຣະ­ຫັດພຣະ­ບິ­ດາຂອງເຮົາໄດ້. 30ເຮົາກັບພຣະ­ບິ­ດາກໍເປັນອັນໜຶ່ງອັນດຽວກັນ.” 31ພວກຢິວກໍຍົກເອົາກ້ອນຫີນມາອີກຈະຄວ່າງໃສ່ພຣະ­ອົງ.

1
10/32.txt Normal file
View File

@ -0,0 +1 @@
\v 32 \v 33 32ພຣະ­ເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົາໄດ້ສະ­ແດງໃຫ້ທ່ານທັງ­ຫລາຍເຫັນການດີຫລາຍປະ­ການທີ່ມາຈາກພຣະ­ບິ­ດາຂອງເຮົາ ເພາະເຫດຂໍ້ໃດໃນການດີທັງ­ຫລາຍນັ້ນພວກທ່ານຈຶ່ງຈະຄວ່າງກ້ອນຫີນໃສ່ເຮົາ.” 33ພວກຢິວທູນພຣະ­ອົງວ່າ, “ທີ່ພວກເຮົາຈະຄວ່າງກ້ອນຫີນໃສ່ເຈົ້ານັ້ນບໍ່ແມ່ນຍ້ອນການດີ ແຕ່ເພາະຄວາມໝິ່ນ­ປະ­ໝາດພຣະ­ເຈົ້າ ເພາະເຈົ້າເປັນພຽງມະ­ນຸດແຕ່ຕັ້ງຕົວເປັນພຣະ­ເຈົ້າ.”

1
10/34.txt Normal file
View File

@ -0,0 +1 @@
\v 34 \v 35 \v 36 34ພຣະ­ເຢຊູຊົງຕອບເຂົາວ່າ, “ໃນພຣະ­ບັນ­ຍັດຂອງທ່ານທັງ­ຫລາຍມີຄຳຂຽນໄວ້ແລ້ວບໍ່ແມ່ນຫລືວ່າ ‘ຝ່າຍເຮົາໄດ້ກ່າວວ່າ ທ່ານທັງ­ຫລາຍເປັນພະ. 35ຖ້າພຣະ­ອົງຊົງເອີ້ນຜູ້ຮັບພຣະ­ທຳຂອງພຣະ­ເຈົ້າວ່າ ເຂົາເປັນພະ (ພຣະ­ຄຳພີນັ້ນຈະຖືກລົບລ້າງເສຍບໍ່ໄດ້.) 36ທ່ານທັງ­ຫລາຍຈະກ່າວຫາທ່ານ ຜູ້ທີ່ພຣະ­ບິ­ດາຊົງຕັ້ງໄວ້ແລະຊົງໃຊ້ເຂົ້າມາໃນໂລກວ່າ ‘ເຈົ້າກ່າວຄຳໝິ່ນ­ປະ­ໝາດພຣະ­ເຈົ້າ’ ເພາະເຮົາໄດ້ກ່າວວ່າ ‘ເຮົາເປັນບຸດຂອງພຣະ­ເຈົ້າ’ ຢ່າງນັ້ນຫລື.

1
10/37.txt Normal file
View File

@ -0,0 +1 @@
\v 37 \v 38 \v 39 37ຖ້າເຮົາບໍ່ເຮັດພຣະ­ລາ­ຊະ­ກິດພຣະ­ບິ­ດາຂອງເຮົາກໍຢ່າໄດ້ເຊື່ອເຮົາ. 38ແຕ່ຖ້າເຮົາເຮັດພຣະ­ລາ­ຊະ­ກິດນັ້ນ ເຖິງວ່າທ່ານທັງ­ຫລາຍບໍ່ເຊື່ອເຮົາກໍຈົ່ງເຊື່ອພຣະ­ລາ­ຊະ­ກິດນັ້ນ ເພື່ອພວກທ່ານຈະໄດ້ຮູ້ແລະເຂົ້າ­ໃຈວ່າ ພຣະ­ບິ­ດາຊົງຢູ່ໃນເຮົາແລະເຮົາຢູ່ໃນພຣະ­ບິ­ດາ.” 39ເຫດສັນນີ້ເຂົາຈຶ່ງພະ­ຍາ­ຍາມຈັບພຣະ­ອົງອີກ ແຕ່ພຣະ­ອົງກໍສະ­ເດັດໜີພົ້ນຈາກມືຂອງເຂົາໄປໄດ້.

1
10/40.txt Normal file
View File

@ -0,0 +1 @@
40ແລ້ວພຣະ­ອົງໄດ້ສະ­ເດັດຂ້າມແມ່­ນ້ຳຢໍ­ແດນອີກ ໄປເຖິງບ່ອນໂຢ­ຮັນໃຫ້ຮັບບັບ­ຕິ­ສະ­ມາແຕ່ກ່ອນນັ້ນ ແລະພຣະ­ອົງກໍປະ­ທັບຢູ່ທີ່ນັ້ນ. 41ມີຫລາຍຄົນໄດ້ພາ­ກັນມາຫາພຣະ­ອົງແລະກ່າວວ່າ, “ໂຢ­ຮັນບໍ່ໄດ້ເຮັດໝາຍສຳ­ຄັນຈັກ­ຢ່າງ ແຕ່ທຸກສິ່ງທີ່ໂຢ­ຮັນກ່າວເຖິງທ່ານຜູ້ນີ້ກໍເປັນ­ຄວາມຈິງທັງໝົດ.” 42ໃນທີ່ນັ້ນມີຫລາຍຄົນໄດ້ເຊື່ອໃນພຣະ­ອົງ.