Mon Sep 23 2019 09:04:17 GMT+0700 (SE Asia Standard Time)
This commit is contained in:
parent
61d4abc753
commit
a7abb03ae3
|
@ -0,0 +1 @@
|
|||
\v 23 \v 24 23ພຣະເຢຊູຊົງຕອບວ່າ, “ຖ້າຜູ້ໃດຮັກເຮົາ ຜູ້ນັ້ນຈະຖືຮັກສາພຣະທຳຂອງເຮົາ ແລະພຣະບິດາຂອງເຮົາຈະຊົງຮັກຜູ້ນັ້ນ ແລ້ວເຮົາທັງສອງຈະມາຫາຜູ້ນັ້ນແລະຈະຕັ້ງຢູ່ກັບຜູ້ນັ້ນ. 24ຜູ້ທີ່ບໍ່ຮັກເຮົາກໍບໍ່ຖືຮັກສາຖ້ອຍຄຳທັງຫລາຍຂອງເຮົາ ພຣະທຳທີ່ທ່ານທັງຫລາຍໄດ້ຍິນນັ້ນບໍ່ແມ່ນຂອງເຮົາ ແຕ່ແມ່ນຂອງພຣະບິດາຜູ້ຊົງໃຊ້ເຮົາມາ.
|
|
@ -0,0 +1 @@
|
|||
\v 25 \v 26 \v 27 25“ຂໍ້ຄວາມເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານ. 26ແຕ່ພຣະຜູ້ຊ່ອຍຄືພຣະວິນຍານບໍລິສຸດທີ່ພຣະບິດາຈະຊົງໃຊ້ມາໃນນາມຂອງເຮົາ ອົງນັ້ນແຫລະ, ຈະຊົງສອນທ່ານທັງຫລາຍທຸກ ສິ່ງ ແລະຈະເຕືອນພວກທ່ານໃຫ້ລະນຶກເຖິງທຸກສິ່ງທີ່ເຮົານີ້ໄດ້ກ່າວແກ່ພວກທ່ານແລ້ວນັ້ນ. 27ເຮົາມອບຄວາມສະຫງົບສຸກໄວ້ກັບທ່ານທັງຫລາຍ ຄວາມສະຫງົບສຸກຂອງເຮົາ ເຮົາປະທານໃຫ້ແກ່ທ່ານທັງຫລາຍ ຝ່າຍເຮົາໃຫ້ແກ່ພວກທ່ານບໍ່ເໝືອນໂລກໃຫ້ນັ້ນ ຢ່າໃຫ້ໃຈຂອງພວກທ່ານວຸ້ນວາຍໄປແລະຢ່າຊູ່ຢ້ານ.
|
Loading…
Reference in New Issue