Sat Sep 21 2019 06:56:03 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-21 06:56:05 +07:00
parent 0e3f8eb1ff
commit 849db2312f
7 changed files with 7 additions and 0 deletions

1
12/01.txt Normal file
View File

@ -0,0 +1 @@
\c 12 \v 1 \v 2 \v 3 1ກ່ອນເທດ­ສະ­ການປັດ­ສະ­ຄາຫົກວັນ ພຣະ­ເຢຊູສະ­ເດັດມາເຖິງບ້ານເບັດ­ທາ­ນີ ຊຶ່ງເປັນທີ່­ຢູ່ຂອງລາ­ຊະ­ໂຣ ຜູ້ທີ່ພຣະ­ອົງຊົງບັນ­ດານໃຫ້ເປັນຄືນມາຈາກຕາຍ. 2ທີ່ນັ້ນເຂົາໄດ້ຈັດງານລ້ຽງເພື່ອພຣະ­ອົງ ມາ­ທາເປັນຜູ້ຮັບໃຊ້ໃນໂຕະອາ­ຫານ ຝ່າຍລາ­ຊະ­ໂຣກໍເປັນຜູ້ໜຶ່ງທີ່ຮ່ວມຮັບປະ­ທານກັບພຣະ­ອົງ. 3ນາງມາ­ຣິ­ອາໄດ້ເອົານ້ຳ­ມັນຫອມລິ­ຕຣາໜຶ່ງ ຊຶ່ງມີລາ­ຄາແພງມາສົງພຣະ­ບາດພຣະ­ເຢຊູ ແລ້ວໃຊ້ຜົມຂອງຕົນເຊັດພຣະ­ບາດຂອງພຣະ­ອົງ ຈົນທົ່ວເຮືອນນັ້ນກໍຫອມກຸ້ມດ້ວຍກິ່ນນ້ຳ­ມັນນັ້ນ.

1
12/04.txt Normal file
View File

@ -0,0 +1 @@
\v 4 \v 5 \v 6 4ແຕ່ສາ­ວົກຄົນໜຶ່ງຂອງພຣະ­ອົງຊື່ຢູ­ດາອິ­ສະ­ກາ­ຣີ­ອົດ (ຄືຜູ້ທີ່ຈະທໍ­ລະຍົດຕໍ່ພຣະ­ອົງ) ໄດ້ກ່າວວ່າ, 5“ເຫດໃດຈຶ່ງບໍ່ຂາຍນ້ຳ­ມັນນີ້ຕໍ່ລາ­ຄາສາມຮ້ອຍເດ­ນາ­ຣິ­ອົນ ແລ້ວແຈກໃຫ້ຄົນຍາກ­ຈົນ.” 6ລາວເວົ້າຢ່າງນັ້ນບໍ່ແມ່ນເພາະລາວເອົາ­ໃຈ­ໃສ່ຕໍ່ຄົນຍາກ­ຈົນ ແຕ່ເພາະລາວເປັນຂະ­ໂມຍແລະເປັນຜູ້ຖືຖົງເງິນ ແລະເຄີຍບຽດບັງເອົາເງິນທີ່­ຢູ່ໃນຖົງນັ້ນ.

1
12/07.txt Normal file
View File

@ -0,0 +1 @@
\v 7 \v 8 7ພຣະ­ເຢຊູຊົງກ່າວວ່າ, “ຊ່າງນາງເທາະ ໃຫ້ລາວຮັກ­ສາສິ່ງນີ້ໄວ້ສຳ­ລັບວັນຝັງສົບຂອງເຮົາ. 8ດ້ວຍວ່າຄົນຍາກ­ຈົນມີຢູ່ກັບພວກທ່ານສະ­ເໝີ ແຕ່ຝ່າຍເຮົາ, ບໍ່ຢູ່ກັບທ່ານສະ­ເໝີ.”

1
12/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9ຝ່າຍພວກຢິວຈຳ­ນວນຫລາຍໄດ້ຮູ້ວ່າພຣະ­ອົງປະ­ທັບຢູ່ທີ່ນັ້ນ ເຂົາໄດ້ພາ­ກັນມາບໍ່ແມ່ນເພາະເຫັນ­ແກ່ພຣະ­ເຢຊູເທົ່ານັ້ນ ແຕ່ປະ­ການໜຶ່ງ, ຢາກເຫັນລາ­ຊະ­ໂຣ ຜູ້ຊຶ່ງພຣະ­ອົງໄດ້ຊົງບັນ­ດານໃຫ້ເປັນຄືນມາຈາກຕາຍນັ້ນ. 10ດັ່ງ­ນັ້ນພວກປະ­ໂລ­ຫິດຕົນໃຫຍ່ຈຶ່ງປຶກ­ສາກັນເພື່ອຈະຂ້າລາ­ຊະ­ໂຣເສຍເໝືອນກັນ. 11ເພາະລາ­ຊະ­ໂຣເປັນ­ຕົ້ນເຫດເຮັດໃຫ້ຄົນຢິວຫລາຍຄົນອອກຈາກພວກເຂົາໄປເຊື່ອຖືພຣະ­ເຢຊູ.

1
12/12.txt Normal file
View File

@ -0,0 +1 @@
\v 12 \v 13 12ວັນໜ້າມາປະ­ຊາ­ຊົນຫລວງ­ຫລາຍທີ່ໄດ້ມາໃນງານເທດ­ສະ­ການນັ້ນ ໄດ້ຍິນວ່າພຣະ­ເຢຊູສະ­ເດັດເຂົ້າກຸງເຢ­ຣູ­ຊາ­ເລັມ. 13ເຂົາກໍພາ­ກັນຖືກ້ານຕານອອກໄປຕ້ອນ­ຮັບພຣະ­ອົງ ໂຫ່ຮ້ອງວ່າ, “ໂຮ­ຊັນ­ນາ, ຂໍໃຫ້ທ່ານຜູ້ສະ­ເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າ ຄືພຣະ­ມະ­ຫາ­ກະ­ສັດຂອງຊາດອິ­ສຣາ­ເອນ ຊົງພຣະ­ຈະ­ເລີນ.”

1
12/14.txt Normal file
View File

@ -0,0 +1 @@
\v 14 \v 15 14ເມື່ອພຣະ­ເຢຊູຊົງພົບລໍນ້ອຍໂຕໜຶ່ງ ພຣະ­ອົງຈຶ່ງຊົງຂຶ້ນປະ­ທັບລໍນັ້ນເໝືອນດັ່ງມີຄຳຂຽນໄວ້ວ່າ, 15“ບຸດຍິງຂອງຊີ­ໂອນເອີຍ, ຢ່າຊູ່ຢ້ານເທາະ ນີ້ແຫລະ, ມະ­ຫາກະ­ສັດຂອງທ່ານກໍປະ­ທັບລໍນ້ອຍສະ­ເດັດມາ.”

1
12/16.txt Normal file
View File

@ -0,0 +1 @@
\v 16 16ແຕ່ຫົວ­ທີພວກສາ­ວົກຂອງພຣະ­ອົງ ບໍ່ໄດ້ເຂົ້າ­ໃຈເຫດ­ການເຫລົ່າ­ນັ້ນ ແຕ່ວ່າເມື່ອພຣະ­ເຢຊູໄດ້ຊົງຮັບກຽດ­ຕິ­ຍົດແລ້ວເຂົາຈຶ່ງລະ­ນຶກໄດ້ວ່າ ມີຄຳຢ່າງນັ້ນຂຽນໄວ້ເຖິງເລື່ອງພຣະ­ອົງ ທັງມີຄົນໄດ້ເຮັດຢ່າງນັ້ນຖວາຍພຣະ­ອົງ.