Wed Sep 11 2019 20:42:42 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-11 20:42:43 +07:00
parent cc41a8dff5
commit 773d67e236
10 changed files with 10 additions and 0 deletions

1
08/04.txt Normal file
View File

@ -0,0 +1 @@
\v 4 \v 5 \v 6 4ເຂົາທູນພຣະ­ອົງວ່າ, “ອາ­ຈານເອີຍ, ຍິງຄົນນີ້ເຂົາຈັບໄດ້ເມື່ອກຳ­ລັງຫລິ້ນຊູ້ຢູ່. 5ໂມ­ເຊໄດ້ສັ່ງໄວ້ໃນພຣະ­ບັນ­ຍັດວ່າ ໃຫ້ເອົາຫີນຄວ່າງໃສ່ຄົນຢ່າງນີ້ໃຫ້ຕາຍ ສ່ວນທ່ານເດ, ຈະວ່າຢ່າງ­ໃດ.” 6ເຂົາເວົ້າຢ່າງນີ້ເພື່ອທົດລອງ ຫວັງຈະຫາເຫດຟ້ອງພຣະ­ອົງໄດ້ ແຕ່ພຣະ­ເຢຊູຊົງນ້ອມພຣະ­ກາຍລົງໃຊ້ນິ້ວພຣະ­ຫັດຂຽນທີ່ດິນ.

1
08/07.txt Normal file
View File

@ -0,0 +1 @@
\v 7 \v 8 7ເມື່ອເຂົາຍັງຖາມຕໍ່ໄປຢູ່ ພຣະ­ອົງຊົງຢືນຂຶ້ນກ່າວແກ່ເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີຜິດບາບ ກໍໃຫ້ຜູ້ນັ້ນເອົາຫີນຄວ່າງໃສ່ຍິງນີ້ກ່ອນ­ໝູ່.” 8ແລ້ວພຣະ­ອົງກໍຊົງນ້ອມພຣະ­ກາຍລົງຂຽນທີ່ດິນອີກ.

1
08/09.txt Normal file
View File

@ -0,0 +1 @@
\v 9 \v 10 \v 11 9ແຕ່ເມື່ອເຂົາໄດ້ຍິນດັ່ງ­ນັ້ນກໍອອກໄປເທື່ອລະຄົນຈົນໝົດ ເລີ້ມຕັ້ງ­ແຕ່ຄົນແກ່ໄປ ຍັງເຫລືອຢູ່ແຕ່ພຣະ­ເຢຊູກັບຍິງຄົນນັ້ນທີ່ຢືນຢູ່ຖ້າມ­ກາງນັ້ນ. 10ເມື່ອພຣະ­ເຢຊູຊົງເງີຍຂຶ້ນກໍຊົງຖາມຍິງນັ້ນວ່າ, “ນາງເອີຍ, ພວກເຂົາໄປໃສໝົດ ບໍ່ມີໃຜລົງ­ໂທດເຈົ້າຫລື.” 11ນາງທູນຕອບວ່າ, “ບໍ່ມີໃຜ, ນາຍເອີຍ” ພຣະ­ເຢຊູຊົງກ່າວຕໍ່ນາງວ່າ, “ເຮົາກໍບໍ່ລົງ­ໂທດເຈົ້າເໝືອນກັນ ຈົ່ງໄປເສຍ ຕໍ່ໄປຢ່າເຮັດຜິດອີກ.”]

1
08/12.txt Normal file
View File

@ -0,0 +1 @@
\v 12 \v 13 12ອີກເທື່ອໜຶ່ງພຣະ­ເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະ, ເປັນ­ຄວາມສະ­ຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສະ­ຫວ່າງແຫ່ງຊີ­ວິດ.” 13ແລ້ວພວກຟາ­ຣີ­ຊາຍກ່າວຕໍ່ພຣະ­ອົງວ່າ, “ທ່ານເປັນພະ­ຍານໃຫ້ແກ່ຕົວທ່ານເອງ ຄຳພະ­ຍານຂອງທ່ານກໍບໍ່ຈິງ.”

1
08/14.txt Normal file
View File

@ -0,0 +1 @@
\v 14 \v 15 \v 16 14ພຣະ­ເຢຊູຊົງຕອບເຂົາວ່າ, “ເຖິງວ່າເຮົາເປັນພະ­ຍານໃຫ້ແກ່ຕົວເຮົາເອງ ຄຳພະ­ຍານຂອງເຮົາກໍເປັນ­ຄວາມຈິງ ເພາະເຮົາຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ ແຕ່ຝ່າຍທ່ານທັງ­ຫລາຍກໍບໍ່ຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ. 15ທ່ານທັງ­ຫລາຍຕັດສີນຕາມທຳມະດາມະ­ນຸດ ຝ່າຍເຮົາກໍບໍ່ຕັດສີນໃຜ. 16ແຕ່ເຖິງແມ່ນເຮົາຈະຕັດສີນ ການຕັດສີນຂອງເຮົາກໍຖືກ ເພາະເຮົາບໍ່ໄດ້ຕັດສີນໂດຍລຳ­ພັງເຮົາຜູ້ດຽວ ແຕ່ເຮົາຕັດສີນຮ່ວມກັບພຣະ­ບິ­ດາຜູ້ຊົງໃຊ້ເຮົາມາ.

1
08/17.txt Normal file
View File

@ -0,0 +1 @@
\v 17 \v 18 17ໃນພຣະ­ບັນ­ຍັດຂອງທ່ານທັງ­ຫລາຍມີຄຳຂຽນໄວ້ວ່າ ຄຳພະ­ຍານຂອງສອງຄົນກໍເປັນ­ຄວາມຈິງ. 18ຝ່າຍເຮົາເປັນພະ­ຍານໃຫ້ແກ່ຕົວເຮົາເອງແລະພຣະ­ບິ­ດາຜູ້ຊົງໃຊ້ເຮົາມາກໍເປັນພະ­ຍານໃຫ້ແກ່ເຮົາເໝືອນກັນ.”

1
08/19.txt Normal file
View File

@ -0,0 +1 @@
\v 19 \v 20 19ເຫດສັນ­ນັ້ນເຂົາຈຶ່ງທູນ ພຣະ­ອົງວ່າ, “ພຣະ­ບິ­ດາຂອງທ່ານຢູ່ໃສ” ພຣະ­ເຢຊູຊົງຕອບວ່າ, “ຕົວເຮົາກໍດີ ພຣະ­ບິ­ດາຂອງເຮົາກໍດີ ທ່ານທັງ­ຫລາຍກໍບໍ່ຮູ້­ຈັກ ຖ້າພວກທ່ານຮູ້­ຈັກເຮົາກໍຄົງຮູ້­ຈັກພຣະ­ບິ­ດາຂອງເຮົາເໝືອນກັນ. 20ພຣະ­ເຢຊູຊົງກ່າວຄຳເຫລົ່ານີ້ໃນບ່ອນຕັ້ງຕູ້ຖວາຍຊັບ ຂະ­ນະທີ່ຊົງສັ່ງ­ສອນໃນບໍ­ລິ­ເວນພຣະ­ວິ­ຫານ ແຕ່ບໍ່ມີຜູ້ໃດຈັບພຣະ­ອົງເພາະຍັງບໍ່ເຖິງກຳ­ນົດເວ­ລາຂອງພຣະ­ອົງ.

1
08/21.txt Normal file
View File

@ -0,0 +1 @@
\v 21 \v 22 21ພຣະ­ອົງຊົງກ່າວກັບເຂົາອີກວ່າ, “ເຮົາຈະຈາກໄປແລະທ່ານທັງ­ຫລາຍຈະຊອກຫາເຮົາ ແລະຈະຕາຍໃນຄວາມຜິດບາບຂອງທ່ານ ບ່ອນທີ່ເຮົາຈະໄປນັ້ນພວກທ່ານຈະໄປບໍ່ໄດ້.” 22ພວກຢິວຈຶ່ງເວົ້າກັນວ່າ, “ລາວຈະຂ້າຕົວຕາຍເສຍຫລື ເພາະລາວກ່າວວ່າ ບ່ອນທີ່ເຮົາຈະໄປນັ້ນພວກທ່ານໄປບໍ່ໄດ້.”

1
08/23.txt Normal file
View File

@ -0,0 +1 @@
\v 23 \v 24 23ພຣະ­ອົງຊົງກ່າວຕໍ່ເຂົາວ່າ, “ທ່ານທັງ­ຫລາຍເປັນຂອງເບື້ອງລຸ່ມ ຝ່າຍເຮົາເປັນຂອງເບື້ອງເທິງ ພວກທ່ານເປັນຝ່າຍໂລກນີ້ ເຮົາບໍ່ເປັນຝ່າຍໂລກນີ້. 24ດ້ວຍເຫດນີ້ເຮົາຈຶ່ງບອກທ່ານທັງ­ຫລາຍວ່າ ພວກທ່ານຈະຕາຍໃນຄວາມຜິດບາບຂອງທ່ານ ເພາະ­ວ່າຖ້າທ່ານບໍ່ໄດ້ເຊື່ອວ່າ ເຮົານີ້ແຫລະ, ເປັນຜູ້ນັ້ນ ພວກທ່ານຈະຕ້ອງຕາຍໃນບາບຂອງຕົນ.”

1
08/25.txt Normal file
View File

@ -0,0 +1 @@
25ເຂົາທູນຖາມພຣະ­ອົງວ່າ, “ຝ່າຍທ່ານ ທ່ານແມ່ນໃຜ”ພຣະ­ເຢຊູຊົງຕອບວ່າ, “ເຮົາເປັນເໝືອນທີ່ເຮົາໄດ້ບອກພວກທ່ານຕັ້ງ­ແຕ່ຕົ້ນນັ້ນ. 26ເຮົາມີຂໍ້­ຄວາມຫລາຍປະ­ການທີ່ຈະກ່າວແລະຕັດສີນພວກທ່ານ ແຕ່ພຣະ­ອົງຜູ້ຊົງໃຊ້ເຮົາມານັ້ນຊົງເປັນສັດຈິງ ແລະສິ່ງທີ່ເຮົາໄດ້ຍິນຈາກພຣະ­ອົງນັ້ນແຫລະ, ເຮົາກໍກ່າວແກ່ໂລກ.” 27ເຂົາບໍ່ໄດ້ເຂົ້າ­ໃຈວ່າພຣະ­ອົງຊົງກ່າວກັບເຂົາເຖິງເລື່ອງພຣະ­ບິ­ດາ.