Mon Sep 23 2019 05:43:56 GMT+0700 (SE Asia Standard Time)
This commit is contained in:
parent
7a69dfcee3
commit
480f33734f
|
@ -0,0 +1 @@
|
|||
\c 13 \v 1 \v 2 1ກ່ອນເຖິງເວລາເທດສະການປັດສະຄາ ພຣະເຢຊູຊົງຊາບວ່າຍາມຂອງຕົນທີ່ຈະສະເດັດຈາກໂລກນີ້ເມືອຫາພຣະບິດາເຖິງແລ້ວ ພຣະອົງໄດ້ຊົງຮັກພວກຂອງພຣະອົງທີ່ຢູ່ໃນໂລກນີ້ ພຣະອົງຊົງຮັກຈົນເຖິງທີ່ສຸດ. 2ຂະນະເມື່ອຮັບປະທານອາຫານຢູ່ນັ້ນ (ມານໄດ້ເຂົ້າດົນໃຈຢູດາອິສະກາຣີອົດລູກຂອງຊີໂມນ ໃຫ້ທໍລະຍົດຕໍ່ພຣະອົງ),
|
|
@ -0,0 +1 @@
|
|||
\v 3 \v 4 \v 5 3ພຣະເຢຊູຊົງຊາບວ່າ ພຣະບິດາໄດ້ຊົງປະທານສິ່ງທັງປວງໃຫ້ຢູ່ໃນພຣະຫັດຂອງພຣະອົງ ແລະຊົງຊາບວ່າພຣະອົງສະເດັດມາຈາກພຣະເຈົ້າ ແລະຈະສະເດັດເມືອຫາພຣະເຈົ້າ. 4ພຣະອົງຊົງລຸກຂຶ້ນຈາກການຮັບປະທານອາຫານ, ຊົງຖອດເຄື່ອງທົງຊັ້ນນອກອອກວາງໄວ້, ແລະຊົງເອົາຜ້າເຊັດຕົວມາຮັດແອວຂອງພຣະອົງ. 5ພຣະອົງຊົງຖອກນ້ຳໃສ່ອ່າງແລ້ວຊົງຕັ້ງຕົ້ນລ້າງຕີນຂອງພວກສາວົກ ແລະເຊັດດ້ວຍຜ້າຮັດແອວນັ້ນ.
|
|
@ -0,0 +1 @@
|
|||
\v 6 \v 7 \v 8 \v 9 6ພຣະອົງໄດ້ສະເດັດມາເຖິງຊີໂມນເປໂຕ ແລະລາວໄດ້ທູນພຣະອົງວ່າ, “ນາຍເຈົ້າເອີຍ, ທ່ານຈະລ້າງຕີນຂອງຂ້ານ້ອຍຫລື.” 7ພຣະເຢຊູຊົງຕອບລາວວ່າ, “ສິ່ງທີ່ເຮົາເຮັດໃນເວລານີ້ທ່ານຍັງບໍ່ຮູ້ເລື່ອງ ແຕ່ພາຍຫລັງທ່ານຈະເຂົ້າໃຈ.” 8ເປໂຕຈຶ່ງທູນວ່າ, “ທ່ານຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້ຈັກເທື່ອ” ພຣະເຢຊູຊົງຕອບວ່າ, “ຖ້າເຮົາບໍ່ລ້າງທ່ານ ທ່ານຈະມີສ່ວນໃນເຮົາບໍ່ໄດ້.” 9ຊີໂມນເປໂຕທູນວ່າ, “ນາຍເຈົ້າເອີຍ, ບໍ່ແມ່ນແຕ່ຕີນເທົ່ານັ້ນ ແຕ່ຂໍລ້າງມືແລະຫົວຂອງຂ້ານ້ອຍເໝືອນກັນ.”
|
|
@ -0,0 +1 @@
|
|||
\v 10 \v 11 10ພຣະເຢຊູຊົງກ່າວຕໍ່ເປໂຕວ່າ, “ຜູ້ທີ່ອາບນ້ຳແລ້ວບໍ່ຈຳເປັນລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນ ເພາະສະອາດໝົດທັງຕົວແລ້ວພວກທ່ານກໍສະອາດແລ້ວແຕ່ບໍ່ແມ່ນທຸກຄົນ.” 11ເພາະພຣະອົງຊົງຮູ້ແລ້ວວ່າໃຜຈະທໍລະຍົດຕໍ່ພຣະອົງ ເພາະເຫດນັ້ນພຣະອົງຈຶ່ງຊົງກ່າວວ່າ, “ທ່ານທັງຫລາຍບໍ່ສະອາດທຸກຄົນ.”
|
|
@ -0,0 +1 @@
|
|||
\v 12 \v 13 \v 14 \v 15 12ເຫດສັນນີ້ເມື່ອພຣະອົງຊົງລ້າງຕີນຂອງເຂົາແລ້ວ ພຣະອົງກໍຊົງໃສ່ເຄື່ອງທົງຊັ້ນນອກຂອງຕົນອີກ ແລ້ວປະທັບລົງຈຶ່ງຊົງຖາມເຂົາວ່າ, “ທ່ານທັງຫລາຍເຂົ້າໃຈໃນສິ່ງທີ່ເຮົາໄດ້ເຮັດຕໍ່ພວກທ່ານແລ້ວຫລື. 13ທ່ານທັງຫລາຍເອີ້ນເຮົາວ່າອາຈານແລະນາຍເຈົ້າ ພວກທ່ານເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນ. 14ເຫດສັນນັ້ນເຮົາຜູ້ເປັນນາຍ ແລະອາຈານຂອງພວກທ່ານໄດ້ລ້າງຕີນຂອງທ່ານ ພວກທ່ານກໍຄວນລ້າງຕີນຂອງກັນແລະກັນເໝືອນກັນ. 15ດ້ວຍວ່າເຮົາໄດ້ວາງແບບຢ່າງໃຫ້ພວກທ່ານແລ້ວ ເພື່ອທ່ານຈະໄດ້ເຮັດເໝືອນດັ່ງເຮົາໄດ້ເຮັດຕໍ່ພວກທ່ານແລ້ວ.
|
|
@ -0,0 +1 @@
|
|||
\v 16 \v 17 \v 18 16ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຂ້າໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ຜູ້ທີ່ຖືກໃຊ້ໄປບໍ່ຫ່ອນໃຫຍ່ກວ່າຜູ້ໃຊ້ຕົນໄປນັ້ນ. 17ຖ້າທ່ານທັງຫລາຍຮູ້ສິ່ງເຫລົ່ານີ້ແລະເຮັດຕາມ ທ່ານກໍເປັນສຸກ. 18ເຮົາບໍ່ເວົ້າເຖິງພວກທ່ານທຸກຄົນ ຝ່າຍເຮົາກໍຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ແລ້ວ ແຕ່ຕ້ອງເປັນຈິງຕາມຂໍ້ພຣະຄຳພີທີ່ວ່າ ‘ຜູ້ທີ່ຮັບປະທານອາຫານຂອງເຮົາກໍຍົກສົ້ນຕີນໃສ່ເຮົາ.’
|
Loading…
Reference in New Issue