2019-10-01 08:38:45 +00:00
|
|
|
\v 36 ແຕ່ຄຳພະຍານທີ່ເຮົາມີນັ້ນກໍຍິ່ງໃຫຍ່ກວ່າຄຳພະຍານຂອງໂຢຮັນ, ເພາະການງານທີ່ພຣະບິດາໄດ້ມອບຫມາຍໃຫ້ເຮົາເຮັດໃຫ້ສຳເລັດທຸກຢ່າງ, ທີ່ເຮົາໄດ້ເຮັດກໍໄດ້ເປັນພະຍານເຖິງເຮົາ, ແລະເປັນພະຍານວ່າພຣະບິດາໄດ້ສົ່ງເຮົາມາ. \v 37 ພຣະບິດາຜູ້ສົ່ງເຮົາມາໄດ້ເປັນພະຍານໃຫ້ແກ່ເຮົາ, ພວກທ່ານເອງບໍ່ໄດ້ຍິນສຽງຫລືເຫັນພຣະອົງເລີຍ. \v 38 ພວກທ່ານບໍ່ມີຄຳຂອງພຣະອົງຢູ່ໃນຕົວຂອງພວກທ່ານ, ເພາະພວກທ່ານບໍ່ໄດ້ເຊື່ອໃນທ່ານຜູ້ນັ້ນທີ່ຖືກສົ່ງມາ.
|