\v 43 ຫລັງຈາກທີ່ພຣະອົງກ່າວເຊັ່ນັ້ນແລ້ວ, ພຣະອົງເປັ່ງສຽງອັນດັງວ່າ, “ລາຊະໂຣເອີຍ, ຈົ່ງອອກມາເສຍ.” \v 44 ຜູ້ຕາຍນັ້ນກໍໄດ້ອອກມາ; ທັງມື ແລະ ຕີນຂອງເຂົາຍັງມີຜ້າພັນຢູ່, ແລະໃບໜ້າຂອງເຂົາກໍຍັງມີຜ້າພັນຢູ່ນຳ. ພຣະເຢຊູບອກກັບພວກເຂົາວ່າ, “ຈົ່ງແກ້ຜ້າທີ່ພັນເຂົາແລະປ່ອຍເຂົາເຖີດ.”