2019-09-30 00:11:13 +00:00
|
|
|
\c 4 \v 1 ເມື່ອພຣະເຢຊູຮູ້ວ່າພວກຟາຣີຊາຍໄດ້ຍິນວ່າ ພຣະອົງມີຄົນຕິດຕາມ ແລະຮັບບັບຕິສະມາຫລາຍກວ່າໂຢຮັນ, \v 2 (ພຣະເຢຊູບໍ່ໄດ້ຊົງໃຫ້ບັບຕິສະມາເອງ ແຕ່ພວກສາວົກຂອງພຣະອົງເປັນຜູ້ໃຫ້), \v 3 ພຣະອົງຈຶ່ງອອກຈາກແຂວງຢູດາຍແລະກັບໄປຍັງແຂວງຄາລີເລອີກ.
|