2019-09-30 22:03:29 +00:00
|
|
|
\v 16 ພຣະເຢຊູກ່າວກັບນາງວ່າ, “ມາຣິອາເອີຍ” ມາຣິອາກໍຫັນຫນ້າມາ, ແລະ ທູນພຣະອົງເປັນພາສາເຮັບເຣີວ່າ, “ຣັບໂບນີ” (ທີ່ແປວ່າ “ພຣະອາຈານ"). \v 17 ພຣະເຢຊູກ່າວກັບນາງວ່າ, “ຢ່າແຕະຕ້ອງເຮົາ, ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະບິດາ, ແຕ່ເຈົ້າຈົ່ງໄປຫາພວກພີ່ນ້ອງຂອງເຮົາ ແລະບອກເຂົາວ່າ ເຮົາກຳລັງຈະຂຶ້ນໄປຫາພຣະບິດາຂອງເຮົາ, ແລະ ພຣະບິດາຂອງພວກທ່ານ ໄປຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກທ່ານ.” \v 18 ມາຣິອາຊາວມັກດາລາຈຶ່ງໄປບອກພວກສາວົກວ່າ, “ຂ້ານ້ອຍເຫັນອົງພຣະຜູ້ເປັນເຈົ້າແລ້ວ,” ແລະ ນາງກໍເລົ່າໃຫ້ພວກເຂົາວ່າ ພຣະອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.
|