\v 3 ເປໂຕກັບຈຶ່ງອອກໄປທີ່ອຸບໂມງກັບສາວົກຄົນອື່ນນັ້ນ. \v 4 ເຂົາທັງສອງພ້ອມກັນແລ່ນ, ແຕ່ສາວົກຄົນນັ້ນແລ່ນໄວກວ່າເປໂຕຈຶ່ງມາຮອດອຸບໂມງກ່ອນ. \v 5 ລາວກົ້ມລົງແນມເບິ່ງເຫັນຜ້າປ່ານກອງຢູ່ ແຕ່ລາວບໍ່ໄດ້ເຂົ້າໄປຂ້າງໃນ.