2019-10-02 01:00:56 +00:00
|
|
|
\v 12 ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົາ, ຂ້ານ້ອຍກໍພິທັກຮັກສາເຂົາ, ຜູ້ທີ່ພຣະອົງປຣະທານແກ່ຂ້ານ້ອຍໄວ້ໂດຍພຣະນາມຂອງພຣະອົງ. ຂ້ານ້ອຍປົກປັກພວກເຂົາໄວ້, ແລະບໍ່ມີຜູ້ໃດໃນພວກເຂົາຈິບຫາຍ, ນອກຈາກລູກທີ່ໝາຍໄວ້ສຳລັບຄວາມຈິບຫາຍ, ເພື່ອໃຫ້ເປັນຈິງຕາມຂໍ້ພຣະຄັມພີ. \v 13 ແຕ່ບັດນີ້ຂ້ານ້ອຍກຳລັງຈະໄປຫາພຣະອົງ, ຂ້ານ້ອຍກ່າວເຖິງສິ່ງນີ້ໃນໂລກ ເພື່ອໃຫ້ເຂົາໄດ້ຮັບຄວາມຊົມຊື່ນຍິນດີ ໃນຂ້ານ້ອຍຢ່າງເຕັມລົ້ນ. \v 14 ຂ້ານ້ອຍມອບພຣະທັມຂອງພຣະອົງໃຫ້ແກ່ພວກເຂົາແລ້ວ, ແລະໂລກນີ້ກຽດຊັງເຂົາ ເພາະເຂົາບໍ່ແມ່ນຝ່າຍໂລກ, ເໝືອນຢ່າງທີ່ຂ້ານ້ອຍບໍ່ແມ່ນຝ່າຍໂລກ.
|