2019-10-02 00:04:47 +00:00
|
|
|
\v 6 ຂ້ານ້ອຍສຳແດງພຣະນາມຂອງພຣະອົງ ແກ່ບັນດາຄົນທີ່ພຣະອົງຊົງປຣະທານແກ່ຂ້ານ້ອຍຈາກໂລກ. ຄົນເຫລົ່ານັ້ນເປັນຂອງພຣະອົງແລ້ວ, ແລະພຣະອົງປຣະທານພວກເຂົາແກ່ຂ້ານ້ອຍ, ແລະເຂົາໄດ້ປະຕິບັດຕາມພຣະທັມຂອງພຣະອົງແລ້ວ. \v 7 ບັດນີ້ພວກເຂົາຮູ້ວ່າທຸກສິ່ງທີ່ພຣະອົງປຣະທານແກ່ຂ້ານ້ອຍນັ້ນມາຈາກພຣະອົງ, \v 8 ເພາະວ່າຖ້ອຍຄຳທີ່ພຣະອົງກ່າວແກ່ຂ້ານ້ອຍນັ້ນ. ຂ້ານ້ອຍໃຫ້ພວກເຂົາແລ້ວແລະພວກເຂົາຮັບໄວ້ ແລະຮູ້ແນ່ວ່າຂ້ານ້ອຍມາຈາກພຣະອົງ, ແລະເຊື່ອວ່າພຣະອົງຊົງໃຊ້ຂ້ານ້ອຍມາ.
|