2019-10-01 05:27:04 +00:00
|
|
|
\v 19 ນີ້ເປັນຄຳພະຍານຂອງໂຢຮັນ ເມື່ອພວກຢິວຈາກນະຄອນເຢຣູຊາເລັມໄດ້ສົ່ງພວກປະໂລຫິດແລະພວກຄົນເລວີໄປຖາມທ່ານວ່າ, “ທ່ານເປັນໃຜ?” \v 20 ທ່ານຍອມຮັບ, ບໍ່ໄດ້ປະຕິເສດແຕ່ຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນພຣະຄຣິດ.” \v 21 ພວກເຂົາຈຶ່ງຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ? ທ່ານແມ່ນເອລີຢາແມ່ນບໍ?” ທ່ານຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນຜູ້ນັ້ນ.” ພວກເຂົາຖາມວ່າ, “ທ່ານຄືຜູ້ປະກາດພຣະທັມແມ່ນບໍ?” ທ່ານຕອບວ່າ, “ບໍ່ແມ່ນ.”
|