2019-09-28 08:50:24 +00:00
|
|
|
\v 37 ເມື່ອສາວົກສອງຄົນຂອງທ່ານໄດ້ຍິນທ່ານເວົ້າເຊັ່ນນັ້ນ ພວກເຂົາຈຶ່ງຕາມພຣະເຢຊູໄປ. \v 38 ເມື່ອພຣະເຢຊູຫັນກັບມາແລະເຫັນພວກເຂົາກຳລັງຕິດຕາມພຣະອົງ ຈຶ່ງເວົ້າກັບພວກເຂົາວ່າ, “ພວກທ່ານຕ້ອງການສິ່ງໃດ?” ພວກເຂົາຕອບວ່າ, “ຮັບບີ (ແປຄວາມໝາຍວ່າ ອາຈານ) ທ່ານພັກຢູ່ທີ່ໃດ?” \v 39 ພຣະອົງຈິ່ງບອກພວກເຂົາວ່າ, “ຈົ່ງມາແລະເບິ່ງເອງເຖີດ” ເມື່ອພວກເຂົາຕາມພຣະອົງໄປແລະໄດ້ເຫັນບ່ອນຊຶ່ງພຣະອົງຊົງພັກຢູ່, ພວກເຂົາຈິ່ງຢູ່ກັບພຣະອົງໃນວັນນັ້ນ, ຕອນນັ້ນເປັນເວລາສີ່ໂມງແລງ.
|