2019-10-01 08:28:45 +00:00
|
|
|
\v 21 ເພາະພຣະບິດາຊົງບັນດານໃຫ້ຄົນຕາຍເປັນຄືນແລະໃຫ້ຊີວິດແກ່ພວກເຂົາສັນໃດ, ພຣະບຸດກໍໃຫ້ຊີວິດແກ່ຜູ້ທີ່ພຣະອົງປາຖນາສັນນັ້ນ. \v 22 ດ້ວຍວ່າພຣະບິດາບໍ່ໄດ້ພິພາກສາຜູ້ໃດ, ແຕ່ໄດ້ມອບການພິພາກສາທັງໝົດນັ້ນໄວ້ແກ່ພຣະບຸດ, \v 23 ເພື່ອທຸກຄົນຈະໄດ້ໃຫ້ກຽດແດ່ພຣະບຸດນັ້ນ ເໝືອນຢ່າງທີ່ພວກເຂົາໃຫ້ກຽດພຣະບິດາ. ແຕ່ຜູ້ໃດບໍ່ຖວາຍກຽດແດ່ພຣະບຸດ ກໍບໍ່ຖວາຍກຽດພຣະບິດາຜູ້ສົ່ງພຣະບຸດມາດ້ວຍ.
|