2019-10-01 08:18:45 +00:00
|
|
|
\c 5 \v 1 ຫລັງຈາກນັ້ນກໍມີງານເທສະການຂອງຄົນຢິວ, ພຣະເຢຊູຈິ່ງສະເດັດໄປຍັງນະຄອນເຢຣູຊາເລັມ. \v 2 ຂະນະນັ້ນໃກ້ໆ ກັບປະຕູແກະມີສະນ້ຳແຫ່ງຫນຶ່ງ ໃນພາສາເຮັບເຣີເອີ້ນວ່າ ເບັດສາທາ, ມີສາລາອ້ອມຢູ່ຫ້າຫລັງ. \v 3 ໃນສາລາເຫລົ່ານັ້ນມີຄົນປ່ວຍເປັນຈຳນວນຫລາຍຄືຄົນຕາບອດ, ຄົນຂາເສັ້ງ, ແລະຄົນອົງຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ. \v 4 ດ້ວຍວ່າມີເທວະດາຄົນຫນຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳສະນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະຍາດທີ່ຕົນເປັນຢູ່ນັ້ນ].
|