2019-09-24 13:28:36 +00:00
|
|
|
\v 5 ແຕ່ຕອນນີ້ເຮົາຈະໄປຫາຜູ້ຊົງໃຊ້ເຮົາມາ, ແຕ່ບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ, ‘ພຣະອົງກຳລັງສະເດັດໄປທີ່ໃດ’. \v 6 ແຕ່ເພາະເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານ, ຈິດໃຈຂອງທ່ານຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ. \v 7 ແຕ່ເຮົາບອກຄວາມຈິງແກ່ທ່ານວ່າ, ເປັນການດີກວ່າທີ່ເຮົາຈະຈາກທ່ານໄປ. ເພາະຖ້າເຮົາບໍ່ຈາກທ່ານໄປ, ອົງຜູ້ຊ່ອຍນັ້ນຈະບໍ່ໄດ້ມາຫາທ່ານ, ແຕ່ຖ້າເຮົາຈາກໄປ, ເຮົາກໍຈະສົ່ງພຣະອົງມາຫາທ່ານ.
|