\v 19 ປີລາດໃຫ້ຂຽນປ້າຍຕິດໄວ້ເທິງໄມ້ກາງແຂນອ່ານວ່າ: “ເຢຊູໄທນາຊາເຣັດ, ກະສັດຂອງຊາດຢິວ.” \v 20 ຄົນຢິວຫລາຍຄົນໄດ້ອ່ານປ້າຍນີ້ ເພາະບ່ອນທີ່ເຂົາຄຶງພຣະເຢຊູນັ້ນຢູ່ໃກ້ກັບເມືອງ. ປ້າຍນັ້ນຂຽນເປັນພາສາເຮັບເຣີ, ພາສາໂຣມ, ແລະ ພາສາກຣີກ.