1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 36 ດັ່ງນັ້ນ ພວກທະຫານເບັນຢາມິນຈຶ່ງເຫັນວ່າ ພວກເຂົາພ່າຍແພ້ແລ້ວ. ຄົນອິດສະຣາເອນທຳທ່າຖອຍຫນີຕໍ່ຄົນເບັນຢາມິນ, ເພາະວ່າພວກເຂົາວາງໃຈຄົນເຫລົ່ານັ້ນທີ່ໄດ້ຊຸ້ມຢູ່ອ້ອມເມືອງກີເບອາ. \v 37 ແລ້ວຄົນທີ່ຊຸ້ມຢູ່ກໍລຸກຂື້ນ, ແລະຮີບ, ແລະພວກເຂົາໄດ້ບຸກຂື້ນເຂົ້າໄປໃນເມືອງກີເບອາ ແລະພວກເຂົາໄດ້ຂ້າທຸກຄົນທີ່ອາໄສຢູ່ໃນເມືອງນັ້ນດ້ວຍດາບ. \v 38 ຄົນອິດສະຣາເອນ ກັບພວກຄົນທີ່ຊຸ້ມຢູ່ ໄດ້ນັດກັນໃນການໃຫ້ສັນຍານວ່າ ຖ້າເຫັນຄວັນກ້ອນໃຫຍ່ພຸ່ງຂຶ້ນມາຈາກໃນເມືອງນັ້ນ. |