lo_jdg_text_ulb_l3/16/20.txt

1 line
1.3 KiB
Plaintext

\v 20 ນາງ​​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ແຊມ­ຊັນ! ພວກ​ຟີ­ລິດ­ສະ­ຕິນ​ມາຫາເຈົ້າແລ້ວ!” ລາວ​ໄດ້​ຕື່ນຈາກຫລັບ ແລະເວົ້າວ່າ, “ຂ້ອຍ​ຈະ​ໄປ​​ເຫມືອນ​ດັ່ງ​ແຕ່­ກ່ອນໆ ແລະສັ່ນຕົວເອງໃຫ້ຫລຸດໄປ” ແຕ່ລາວ​ບໍ່​ຮູ້​​ວ່າ ພຣະ­ຢາເວໄດ້ຊົງຈາກລາວໄປ​ແລ້ວ. \v 21 ຕໍ່​ມາ ພວກ​ຟີ­ລິດ­ສະ­ຕິນ​ໄດ້​ຈັບລາວ ແລະ​ເຈາະ​ຫນ່ວຍ​ຕາ​ທັງ​ສອງ​ຂອງ​ລາວ​ອອກ. ພວກ­ເຂົາ​ໄດ້​ນຳ​ລາວ​ໄປ​ເມືອງ​ກາ­ຊາ ແລະ​ໄດ້ໃສ່ໂສ້​ທອງ​ຜູກ​ລາວ​ໄວ້.ລາວ​ໄດ້​ໃຫ້​ໂມ້​ແປ້ງ​ຢູ່­ໃນ​ຄຸກ. \v 22 ແຕ່​ຜົມ­ຂອງ​ລາວ​ໄດ້​ເລີ້ມ​ປົ່ງ​ຂຶ້ນ​ຄືນ​ອີກ ຫລັງຈາກຖືກຕັດອອກໄປ.