1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 3 ແຕ່ພໍໍ່ແມ່ຂອງລາວໄດ້ຕອບວ່າ, “ບໍ່ມີຜູ້ຍິງຈັກຄົນຫນື່ງໃນບັນດາຜູ້ສາວໃນເຊື້ອສາຍຂອງເຈົ້າເອງ, ຫລືຄົນໃນປະຊາຊົນຂອງພວກເຮົາບໍ? ເຈົ້າຈຶ່ງຢາກໄປເອົາເມຍຊາວຟີລິດສະຕິນ ຊຶ່ງເປັນພວກທີ່ບໍ່ໄດ້ຮັບພິທີຕັດ ມາເປັນເມຍຂອງເຈົ້າ” ແຕ່ແຊມຊັນບອກພໍ່ຂອງລາວວ່າ, “ຂໍນາງໃຫ້ລູກເຖີ້ນ, ເພາະເມື່ອລູກເຫັນນາງ, ລູກພໍໃຈນຳນາງຜູ້ດຽວເທົ່ານັ້ນ.” \v 4 ແຕ່ພໍ່ແມ່ຂອງລາວກໍບໍ່ໄດ້ຮູ້ຄືກັນວ່າ ເລື່ອງນີ້ມາຈາກພຣະເຢວາ, ຊົງນຳພາແຊມຊັນເຮັດດັ່ງນີ້ ເພາະພຣະອົງຊົງຕ້ອງການສ້າງຂໍ້ຂັດແຍ້ງກັບຄົນຟີລິດສະຕິນ ( ໃນເວລານີ້ຄົນອິສະຣາເອນກໍຢູ່ໃຕ້ກຳລັງປົກຄອງຂອງພວກຟີລິດສະຕິນ). |