1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 17 ເມື່ອອິສະຣາເອນ ໄດ້ສົ່ງຜູ້ສົ່ງຂ່າວໄປຍັງກະສັດແຫ່ງເອໂດມ, ກ່າວວ່າ, 'ຂໍໂຜດໃຫ້ພວກເຮົາເດີນທາງຜ່ານດິນແດນຂອງທ່ານໄປເຖີ້ນ', ກະສັດເອໂດມ ກໍບໍ່ຟັງ. ແລ້ວພວກເຂົາຍັງໄດ້ສົ່ງຜູ້ສົ່ງຂ່າວໄປຫາກະສັດແຫ່ງໂມອາບ, ແຕ່ເພິ່ນກໍໄດ້ປະຕິເສດ. ດັ່ງນັ້ນ ອິສະຣາເອນຈຶ່ງຍັງຄົງພັກທີ່ກາເດັດ. \v 18 ຫລັງຈາກນັ້ນພວກເຂົາ ກໍໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ແລະໄດ້ຫນີອອກຈາກແຜ່ນດິນເອໂດມ ແລະແຜ່ນດິນໂມອາບ ແລະພວກເຂົາໄດ້ເດີນທາງໄປທາງທິດຕາເວັນອອກຂອງແຜ່ນດິນໂມອາບ ແລະພວກເຂົາໄດ້ຕັ້ງຄ້າຍພັກຢູ່ອີກຟາກຫນຶ່ງຂອງອາກໂນນ.ແຕ່ພວກເຂົາບໍ່ໄດ້ເຂົ້າໄປໃນດິນແດນຂອງໂມອາບ, ເພາະວ່າອາກໂນນເປັນເຂດແດນຂອງໂມອາບ. |