1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 30 ແຊມຊັມໄດ້ກ່າວວ່າ, “ຂໍໃຫ້ຂ້ານ້ອຍຕາຍພ້ອມກັບຄົນເມືອງຟີລິດສະຕີນນີ້ເທີ້ນ!”. ລາວຊຸກເສົານັ້ນດ້ວຍກຳລັງຂອງລາວ ແລະຕຶກນັ້ນລົ້ມລົງທັບພວກຜູ້ປົກຄອງ ແລະຄົນອື່ນທຸກໆ ຄົນຢູ່ໃນຕຶກນັ້ນ. ດັ່ງນັ້ນ ຄົນຕາຍທີ່ລາວໄດ້ຂ້າເມື່ອລາວຕາຍແມ່ນຫລາຍກວ່າຄົນທີ່ລາວໄດ້ຂ້າ ເມື່ອຕອນລາວຍັງມີຊີວິດຢູ່. \v 31 ຫລງັຈາກນັ້ນ ພວກຍາດພີ່ນ້ອງ ແລະຄອບຄົວຂອງພໍ່ລາວທັງຫມົດ. ພວກເຂົາກໍໄດ້ພາກັນມາເອົາສົບລາວກັບຄືນເມືອ, ແລ້ວຝັງສົບຂອງລາວຢູ່ລະຫວ່າງເມືອງໂຊຣາ ແລະເມືອງເອຊະຕາໂອ ຢູ່ທີ່ບ່ອນຝັງສົບຂອງມາໂນອາ, ພໍ່ຂອງລາວ. ແຊມຊັນໄດ້ປົກຄອງຄົນອິສຣາເອນຢູ່ເປັນເວລາຊາວປີ. |