1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 20 ຄວາມຊົງພຣະພິໂລດຂອງພຣະເຈົ້າຢາເວ ເຮັດໃຫ້ເກີດການຕໍ່ຕ້ານຊາວອິສຣາເອນ; ຊົງກ່າວວ່າ “ເພາະຊົນຊາດເຫລົ່ານີ້ ໄດ້ລະເມີດຄຳສັນຍາຂອງເຮົາທີ່ເຮົາໄດ້ກຳນົດໄວ້ກັບບັນພະບຸລຸດຂອງພວກເຂົາ - ເພາະວ່າພວກເຂົາບໍ່ໄດ້ຟັງຄຳຂອງເຮົາ- \v 21 ຕັ້ງແຕ່ນີ້ໄປ ເຮົາຈະບໍ່ຂັບໄລ່ຊົນຊາດໃດທີ່ໂຢຊວຍ ຍັງເຫລືອໄວ້ຢູ່ ໃນເວລາທີ່ລາວເສັຍຊີວິດ. \v 22 ເຮົາຈະເຮັດສິ່ງນີ້ ເພື່ອ ເຮົາຈະທົດສອບພວກອິສຣາເອນ, ວ່າພວກເຂົາຈະຖຶຮັກສາເສັ້ນທາງຂອງພຣະຢາເວ ແລະ ດຳເນີນຕາມນັ້ນ, ຕາມທີ່ບັນພະບຸລຸດຂອງພວກເຂົາໄດ້ຮັກສາຫລືບໍ່.” \v 23 ນີ້ແມ່ນເຫດຜົນທີ່ ພຣະເຈົ້າຢາເວ ໄດ້ຊົງປ່ອຍຊົນຊາດເຫລົ່ານັ້ນໄວ້ ແລະ ບໍ່ໄດ້ຂັບໄລ່ອອກໄປຢ່າງໄວວາ ແລະ ມອບພວກເຂົາໃຫ້ຢູ່ໃຕ້ອຳນາດຂອງໂຢຊວຍ. |