lo_jdg_text_ulb_l3/18/17.txt

1 line
1.3 KiB
Plaintext

\v 17 ຊາຍ​ທັງ​ຫ້າ​ຄົນ­ທີ່​ອອກ​ໄປ​ສອດ­ແນມ​ເບິ່ງແຜ່ນດິນນັ້ນ ກໍ​ຍ່າງ​ເຂົ້າ­ໄປທີ່ນັ້ນ ແລະພວກເຂົາໄດ້​ເອົາ​ຮູບ​ແກະ­ສະ­ຫລັກເອ­ໂຟດ, ຮູບ​ພະປະຈຳບ້ານຕ່າງໆ, ແລະ​ຮູບ​ຫລໍ່ໂລຫະຕ່າງໆ​ໄປ, ໃນຂະນະທີ່ ປະ­ໂລ­ຫິດ ​ກໍ​ຢືນ­ຢູ່​ທີ່​ທາງ​ເຂົ້າ​ປະ­ຕູ​ຮົ້ວ​ ກັບ​ທະ­ຫານຫົກ​ຮ້ອຍ​ຄົນ​​ຖື​ອາ­ວຸດ​ເຮັດ​ສົງ­ຄາມ​ນັ້ນ. \v 18 ເມື່ອ​ຄົນ​ເຫລົ່າ​ນີ້ ໄດ້​ເຂົ້າ­ໄປ​ໃນ​ເຮືອນ​ຂອງ​ມີ­ກາ ແລະນຳ​ເອົາ​ຮູບ​ແກະ­ສະ­ຫລັກ​ເອ­ໂຟດ, ຮູບ​ພະປະຈຳບ້ານຕ່າງໆ, ແລະ​ຮູບ​ຫລໍ່ໂລຫະຕ່າງໆ​ໄປ, ປະ­ໂລ­ຫິດ​ຖາມ​ພວກ­ເຂົາ​ວ່າ, “ພວກ​ທ່ານກຳລັງ​ເຮັດ​ຫຍັງ?”