lo_jdg_text_ulb_l3/14/16.txt

1 line
1.5 KiB
Plaintext

\v 16 ເມຍ​ຂອງ​ແຊມ­ຊັນ​ຈຶ່ງ​ໄດ້ທັງ​ຮ້ອງ­ໄຫ້ ຕໍ່ຫນ້າເຂົາ; ແລະ​ເວົ້າ​ວ່າ, “ ສິ່ງທີ່ເຈົ້າເຮັດທັງຫມົດນັ້ນເປັນການກຽດຊັງຂອ້ຍ! ເຈົ້າ​ບໍ່­ໄດ້​ຮັກ​ຂ້ອຍ.ເຈົ້າ​ຕັ້ງ​ຄຳ­ທວາຍ​ໃຫ້​ໝູ່​ຂອງ​ຂ້ອຍ, ແລະ​ບໍ່­ໄດ້​ບອກ​ຄຳຕອບນັ້ນ​ແກ່​ຂ້ອຍ” ແຊມ­ຊັນ​ໄດ້​ເວົ້າ​ຕໍ່​ນາງວ່າ, “ແມ້­ແຕ່​ພໍ່​ແມ່​ຂອງ​ຂ້ອຍ​ກໍ​ຍັງ​ບໍ່­ໄດ້​ບອກ​ເພິ່ນ, ເຫດ​ໃດ​ຂ້ອຍ​ຈຶ່ງ​ຈະ​ບອກ​ເຈົ້າ.” \v 17 ນາງໄດ້ຮ້ອງ­ໄຫ້​ຕະ­ຫລອດ​ເຈັດ​ມື້ທີ່​ງານ​ກິນ​ລ້ຽງ​ນັ້ນຂອງພວກເຂົາ. ​ພໍມາ​ຮອດ​ມື້​ທີ​ເຈັດ ແຊມ­ຊັນ​ກໍ​ບອກ​ຄຳ​ຕອບ​ແກ່​ນາງ ເພາະ­ວ່າ​ນາງ​ເປັນ​ຄົນ​ຊູ​ຊີ​ຫລາຍ. ແລ້ວ​ນາງ​ກໍ​ນຳ​ເອົາ​ຄຳ​ຕອບ​ນັ້ນ​ໄປ​ບອກ​ໝູ່​ຂອງຕົນ.