lo_jdg_text_ulb_l3/14/03.txt

1 line
1.6 KiB
Plaintext

\v 3 ແຕ່​ພໍໍ່​ແມ່ຂອງລາວ​ໄດ້​ຕອບ​ວ່າ, “ບໍ່ມີຜູ້ຍິງຈັກຄົນຫນື່ງໃນບັນດາຜູ້​ສາວ​ໃນ​ເຊື້ອ­ສາຍ​ຂອງ​ເຈົ້າ​ເອງ, ຫລືຄົນໃນປະຊາຊົນ​ຂອງ​ພວກ­ເຮົາ​ບໍ? ​ເຈົ້າ​ຈຶ່ງ​ຢາກ​ໄປ​ເອົາ​ເມຍ​ຊາວ​ຟີ­ລິດ­ສະ­ຕີນ ຊຶ່ງ​ເປັນ​ພວກ​ທີ່​ບໍ່​ໄດ້­ຮັບ​ພິ­ທີ­ຕັດ ມາເປັນເມຍຂອງເຈົ້າ” ແຕ່​ແຊມ­ຊັນ​ບອກ​ພໍ່​ຂອງ​ລາວ​ວ່າ, “ຂໍນາງໃຫ້ລູກເທີ້ນ, ເພາະເມື່ອລູກເຫັນນາງ, ລູກ​ພໍ­ໃຈ​ນຳ​ນາງ​ຜູ້​ດຽວ​ເທົ່າ​ນັ້ນ.” \v 4 ແຕ່ພໍ່​ແມ່​ຂອງ​ລາວກໍ​ບໍ່­ໄດ້​ຮູ້­ຄືກັນ​ວ່າ ເລື່ອງນີ້ມາຈາກພຣະເຈົ້າເຢວາ​, ຊົງ­ນຳ​ພາ​ແຊມ­ຊັນ​ເຮັດ​ດັ່ງ­ນີ້ ເພາະ​ພຣະ­ອົງ​ຊົງ​ຕ້ອງການສ້າງຂໍ້ຂັດແຍ້ງກັບ​ຄົນຟີ­ລິດ­ສະ­ຕີນ​ ( ໃນ​ເວ­ລາ​ນີ້​ຄົນ​ອິສຣາເອນ​ກໍ​ຢູ່​ໃຕ້​ກຳລັງປົກຄອງ​ຂອງ​ພວກ​ຟີລິດສະຕີນ).