lo_jdg_text_ulb_l3/03/28.txt

1 line
1.4 KiB
Plaintext

\v 28 ລາວໄດ້ກ່າວ​ກັບ​ພວກ­ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ໄປເຖີດ, ເພາະ­ວ່າ​ພຣະ­­ເຈົ້າຢາເວກຳລັງຈະເອົາຊະນະ​ສັດ­ຕູ​ຂອງ​ພວກ​ເຈົ້າ, ​ຄື​ຊົນ­ຊາດ​ໂມ­ອາບ​”. ພວກ­ເຂົາ​ໄດ້​ຕິດ­ຕາມ​ລາວ​ໄປ ແລະ​ ຍຶດ​ຝ່ັງຂອງແມ່­ນ້ຳ​ຢໍ­ແດນ​ຂ້າມຜ່ານຈາກ​ໂມ­ອາບ​, ແລະ ພວກເຂົາ​ບໍ່­ຍອມ​ໃຫ້​ໃຜເລີຍ​ຂ້າມນໍ້າ​ໄປ​ໄດ້. \v 29 ໃນ​ເວລາ​ນັ້ນ ພວກ­ເຂົາ​ປະ­ຫານ​ຄົນ​ໂມ­ອາບ​ປະ­ມານ​ໜຶ່ງ​ໝື່ນ​ຄົນ, ແລະ ທຸກຄົນລ້ວນ​ແຕ່​ເປັນ​ຄົນເຂັ້ມແຂງ ແລະ ມີຄວາມສາມາດ. ບໍ່ມີໃຜ​ຫລົບຫນີ​ໄດ້​. \v 30 ສະນັ້ນ ໃນມື້ນັ້ນໂມ­ອາບ​ຈຶ່ງ​ພ່າຍ­ແພ້ໂດຍກຳລັງ​ຂອງ​ອິສຣາເອນ​ ແລະ ​ແຜ່ນ­ດິນ​ນັ້ນ​ ­ໄດ້​​ສະ­ຫງົບສຸກເປັນເວລາ​ແປດ​ສິບ​ປີ.