1 line
1.1 KiB
Plaintext
1 line
1.1 KiB
Plaintext
\v 14 ຢູ່ຕໍ່ມາ ອັກສາ ມາຫາໂອດນີເອນ, ແລະ ນາງຈຶ່ງຊວນຜົວໃຫ້ ຂໍເນື້ອທີ່ນາຕໍ່ພໍ່ໃຫ້ນາງ. ນາງກໍລົງຈາກຫລັງລາ, ກາເລັບຖາມນາງວ່າ “ເຈົ້າຕ້ອງການອັນໃດ?” \v 15 ນາງຈຶ່ງຕອບເພິ່ນວ່າ “ຂໍຂອງຂວັນໃຫ້ລູກຈັກຢ່າງໜຶ່ງແດ່. ເມື່ອພໍ່ໃຫ້ລູກມາຢູ່ໃນແຜ່ນດິນແຫ້ງແລ້ງກັນດານແລ້ວ, ຂໍໃຫ້ນ້ຳພຸແກ່ລູກດ້ວຍ.” ດັ່ງນັ້ນ, ກາເລັບກໍຍົກບໍ່ນ້ຳພຸເທິງ ແລະ ບໍ່ນ້ຳພຸລຸ່ມ ໃຫ້ແກ່ນາງ. |