1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 18 ຄົນເລວີຄົ້ນນັ້ນຈຶ່ງຕອບລາວວ່າ, “ພວກເຮົາກຳລັງເດີນທາງຈາກເບັດເລເຮັມໃນຢູດາ ຈະໄປທີ່ຍັງດິນແດນຫ່າງໄກທີ່ສຸດຂອງແຖບພູເຂົາເອຟຣາຢິມ, ຊຶ່ງຂ້ອຍມາຈາກບ່ອນນັ້ນ, ຂ້ອຍໄປເບັດເລເຮັມໃນຢູດາມາ ແລະຂ້ອຍຈະກັບໄປພຣະວິຫານພຣະຢາເວ, ບໍ່ມີໃຜພາຂ້ອຍເຂົ້າໄປພັກໃນເຮືອນຂອງເຂົາເລີຍ. \v 19 ພວກເຮົາມີເຟືອງ ແລະອາຫານທີ່ຈະລ້ຽງລາຂອງພວກເຮົາ, ແລະກໍມີທັງອາຫານ ແລະເຫລົ້າອະງຸ່ນທີ່ລ້ຽງສຳລັບຕົນເອງ ແລະສາວຮັບໃຊ້ຂອງເຈົ້າທີ່ນີ້, ແລະສຳລັບຄົນໜຸ່ມຄົນນີ້ກັບພວກຜູ້ຮັບໃຊ້ຂອງເຈົ້າດ້ວຍ. ພວກເຮົາບໍ່ຂາດສິ່ງໃດເລີຍ." |