1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 3 ແຕ່ພໍໍ່ແມ່ຂອງລາວໄດ້ຕອບວ່າ, “ບໍ່ມີຜູ້ຍິງຈັກຄົນຫນື່ງໃນບັນດາຜູ້ສາວໃນເຊື້ອສາຍຂອງເຈົ້າເອງ, ຫລືຄົນໃນປະຊາຊົນຂອງພວກເຮົາບໍ? ເຈົ້າຈຶ່ງຢາກໄປເອົາເມຍຊາວຟີລິດສະຕີນ ຊຶ່ງເປັນພວກທີ່ບໍ່ໄດ້ຮັບພິທີຕັດ ມາເປັນເມຍຂອງເຈົ້າ” ແຕ່ແຊມຊັນບອກພໍ່ຂອງລາວວ່າ, “ຂໍນາງໃຫ້ລູກເທີ້ນ, ເພາະເມື່ອລູກເຫັນນາງ, ລູກພໍໃຈນຳນາງຜູ້ດຽວເທົ່ານັ້ນ.” \v 4 ແຕ່ພໍ່ແມ່ຂອງລາວກໍບໍ່ໄດ້ຮູ້ຄືກັນວ່າ ເລື່ອງນີ້ມາຈາກພຣະເຈົ້າເຢວາ, ຊົງນຳພາແຊມຊັນເຮັດດັ່ງນີ້ ເພາະພຣະອົງຊົງຕ້ອງການສ້າງຂໍ້ຂັດແຍ້ງກັບຄົນຟີລິດສະຕີນ ( ໃນເວລານີ້ຄົນອິດສະຣາເອນກໍຢູ່ໃຕ້ກຳລັງປົກຄອງຂອງພວກຟີລິດສະຕີນ). |