1 line
1.2 KiB
Plaintext
1 line
1.2 KiB
Plaintext
\c 12 \v 1 ມີສຽງເອີ້ນອອກໄປເຖິງຄົນເອຟຣາຢິມ; ພວກເຂົາໄດ້ຜ່ານເມືອງຊາໂຟນ ແລະກ່າວກັບເຢັບທາວ່າ, “ເຫດໃດທ່ານຈຶ່ງຍົກທັບຂ້າມໄປສູ້ຮົບກັບຄົນອຳໂມນແລະບໍ່ໄດ້ເອີ້ນພວກເຮົາໄປກັບທ່ານ? ພວກເຮົາຈະຈູດໄຟເຜົາເຮືອນຂອງທ່ານ ໃຫ້ພັງລົງມາທັບຕົວທ່ານ”. \v 2 ເຢັບທາຈຶ່ງຕອບພວກເຂົາວ່າ, “ຂ້ອຍກັບປະຊາຊົນຂອງຂ້ອຍໄດ້ຢູ່ໃນການສູ້ຮົບຄັ້ງໃຫຍ່ກັບຄົນອຳໂມນ. ເມື່ອຂ້ອຍເອີ້ນພວກທ່ານ, ພວກທ່ານບໍ່ໄດ້ຊ່ວຍພວກເຮົາໃຫ້ພົ້ນຈາກພວກເຂົາ. |