1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 22 ອາບີເມເລັກໄດ້ປົກຄອງເຫນືອອິດສະຣາເອນເປັນເວລາສາມປີ. \v 23 ພຣະເຈົ້າຊົງໃຫ້ວິຍານອັນຊົ່ວຮ້າຍເຂົ້າມາ ລະຫວ່າງອາບີເມເລັກ ກັບພວກຜູ້ນຳເມືອງເຊເຄັມ.ຜູ້ນຳຂອງເຊເຄັມໄດ້ທໍລະຍົດຕໍ່ຄວາມໄວ້ວາງທີ່ພວກເຂົາມີ ກັບອາບີເມເລັກ. \v 24 ພຣະເຈົ້າ ໄດ້ຊົງເຮັດສິ່ງນີ້ ເພື່ອທີ່ຈະແກ້ແຄ້ນການທາລຸນທີ່ພວກເຂົາໄດ້ເຮັດແກ່ລູກຊາຍເຈັດສິບຄົນຂອງເຢຣູບ-ບາອັນ, ແລະອາບີເມເລັກ ຊຶ່ງເປັນພີ່ນ້ອງຂອງພວກເຂົາ ກໍຈະຕ້ອງຮັບຜິດຊອບຕໍ່ການປະຫານພວກເຂົາ, ແລະຄົນເຊເຄັມ ກໍຈະຕ້ອງຮັບຜິດຊອບ ເພາະເຂົາໄດ້ຊ່ວຍອາບີເມເລັກປະຫານພີ່ນ້ອງຂອງພວກເຂົາ. |