1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 36 ນາງຈຶ່ງກ່າວກັບພໍ່ວ່າ, “ພໍ່ຂອງລູກ, ເມື່ອພໍ່ໄດ້ປະຕິຍານຕໍ່ພຣະຢາເວແລ້ວ ກໍຈົງເຮັດທຸກຢ່າງຕາມທີ່ພໍ່ໄດ້ສັນຍາໄວ້ເທີ້ນ ເພາະພຣະຢາເວໄດ້ຊົງເຮັດການແກ້ແຄ້ນຕໍ່ຄົນອຳໂມນສັດຕູຂອງພໍ່ໃຫ້ກັບພໍ່ແລ້ວ”. \v 37 ນາງເວົ້າກັບພໍ່ຂອງນາງວ່າ, “ຂໍໃຫ້ພໍ່ຮັກສາສັນຍານີ້ແກ່ລູກເທີ້ນ. ຂໍປ່ອຍໃຫ້ລູກຢູ່ລຳພັງຈັກສອງເດືອນ, ເພື່ອລູກຈະໄດ້ຈາກໄປ ແລະລົງໄປເທິງພູເຂົາແລະຮ້ອງໄຫ້ຄ່ຳຄວນເຖິງຄວາມເປັນພົມມະຈາລີຂອງລູກ, ທັງລູກກັບເພື່ອນໆຂອງລູກ” |