lo_jdg_text_ulb_l3/09/48.txt

1 line
1.4 KiB
Plaintext

\v 48 ອາ­ບີ­ເມ­ເລັກ​ໄດ້​ຂຶ້ນ​ໄປ​ເທິງ​ພູ­ເຂົາ​ຊານ­ໂມນ, ລາວ ແລະ ຄົນທັງຫມົດທີ່ຢູ່ກັບລາວ. ອາ­ບີ­ເມ­ເລັກ​ຖື​ຂວານ​ອັນຫນຶ່ງ ແລະຕັດ​ກິ່ງ​ໄມ້. ລາວໄດ້ວາງມັນ​ໃສ່​ບ່າ​ແບກ​ມາ ແລະສັ່ງພວກຄົນທີ່ມາກັບລາວວ່າ, " ສິ່ງທີ່ພວກເຈົ້າ​ເຫັນ​ຂ້ອຍ​ເຮັດ​, ຈົ່ງ​ຮີບຮ້ອນ ແລະ​ ເຮັດ​ຕາມທີ່ຂອ້ຍເຮັດ​ສາ”. \v 49 ດັ່ງ­ນັ້ນ ທຸກຄົນ​ກໍ​ຕັດ​ກິ່ງ​ໄມ້ ແລະ ​ແບກ​ຕາມ​ອາ­ບີ­ເມ­ເລັກ. ພວກເຂົາໄດ້​ສຸມກິ່ງໄມ້​ໄວ້ ທີ່​ກຳແພງຂອງປ້ອ, ແລະພວກເຂົາ​ກໍ​ຈຸດ​ໄຟ​ເຜົາ​ປ້ອມ​ນັ້ນ, ດັ່ງນັ້ນ ມີປະຊາຊົນທັງຫມົດຂອງ​ຫໍ​ເຊ­ເຄັມ​ກໍ​ຕາຍ​ຫມົດ, ປະ­ມານ​ຫນຶ່ງ​ພັນ​ຄົນທັງ​ຊາຍ ແລະ​ຍິງ​.