lo_jdg_text_ulb_l3/09/41.txt

1 line
1.1 KiB
Plaintext

\v 41 ອາ­ບີ­ເມ­ເລັກ ໄດ້​ອາ­ໄສ​ຢູ່​ທີ່ເມືອງ​ອາ­ຣູ­ມາ.​ເຊ­ບູນ​ກໍ​ຂັບ­ໄລ່​ກາ­ອານ​ກັບ​ຍາດ​ພີ່­ນ້ອງ​ຂອງ​ພວກ­ເຂົາ​ອອກ​ໄປຈາກເມືອງເຊ­ເຄັມ​. \v 42 ໃນມື້ຕໍ່​ມາ​ຊາວ­ເມືອງ​ໄດ້ອອກ​ໄປ​ທີ່​ທົ່ງ­ນາ ແລະໄດ້ລາຍງານເລື່ອງນີ້ໃຫ້ອາ­ບີ­ເມ­ເລັກ​ຮູ້​. \v 43 ລາວຈຶ່ງໄດ້ນຳເອົາຄົນຂອງລາວ, ແບ່ງພວກເຂົາອອກເປັນ​ສາມ​ກອງ, ພວກເຂົາຊຸ້ມ​ຄອຍໂຈມຕີ​ຢູ່​ທີ່​ທົ່ງ­ນາ. ລາວໄດ້​ເຫັນ​ຄົນເຫລົ່ານັ້ນ ກຳລັງອອກມາຈາກ​ໃນ​ເມືອງ ແລະລາວກໍໂຈມຕີ ແລະປະ­ຫານ​ພວກ­ເຂົາ.