lo_jdg_text_ulb_l3/04/06.txt

1 line
1.2 KiB
Plaintext

\v 6 ນາງໄດ້ສົ່ງ​ບາ­ຣາກ ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ ທີ່​ມາ​ຈາກ​ເມືອງ​ເກ­ເດັດ​ໃນ​ແຂວງ​ເນັບ­ທາ­ລີ . ນາງກ່າວ​ວ່າ, “ພຣະຢາເວ, ພຣະເຈົ້າຂອງ​​ອິດ​ສ​ະ​ຣາເອນ, ​ໄດ້​ຊົງສັ່ງ​ແກ່​ເຈົ້າ​ວ່າ, ຈົ່ງໄປທີ່ພູ​ຕາໂບ, ແລະ ເກນ​ເອົາ​ພວກ​ຜູ້­ຊາຍ​ສິບ​ພັນ​ຄົນ​ຈາກເມືອງ​ເນັບ­ທາ­ລີ ແລະ​ ເຊ­ບູໂ­ລນ ໄປກັບພວກເຈົ້າ. \v 7 ສ່ວນ​ເຮົາ​ຈະ​ເຮັດ­ໃຫ້​ສີ­ເສ­ຣາ, ຜູ້ບັນຊາການແມ່­ທັບ​ຂອງ​ຢາ­ບິນ​ ມາພົບເຈົ້າຢູ່​ແມ່ນໍ້າ​ກີ­ໂຊນ, ພ້ອມດ້ວຍລົດຮົບ ແລະ ກອງທັບຂອງທ່ານ, ແລະ ເຮົາ​ຈະ­ໃຫ້​ໄຊ​ຊະ­ນະແກ່ເຈົ້າ.”