1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 28 ລາວໄດ້ກ່າວກັບພວກເຂົາວ່າ, “ຈົ່ງຕາມເຮົາໄປເຖີດ, ເພາະວ່າພຣະຢາເວກຳລັງຈະເອົາຊະນະສັດຕູຂອງພວກເຈົ້າ, ຄືຊົນຊາດໂມອາບ”. ພວກເຂົາໄດ້ຕິດຕາມລາວໄປ ແລະ ຢຶດຝ່ັງຂອງແມ່ນ້ຳຈໍແດນຂ້າມຜ່ານຈາກໂມອາບ, ແລະ ພວກເຂົາບໍ່ຍອມໃຫ້ໃຜເລີຍຂ້າມນໍ້າໄປໄດ້. \v 29 ໃນເວລານັ້ນ ພວກເຂົາປະຫານຄົນໂມອາບປະມານຫນຶ່ງຫມື່ນຄົນ, ແລະ ທຸກຄົນລ້ວນແຕ່ເປັນຄົນເຂັ້ມແຂງ ແລະ ມີຄວາມສາມາດ. ບໍ່ມີໃຜຫລົບຫນີໄດ້. \v 30 ສະນັ້ນ ໃນມື້ນັ້ນໂມອາບຈຶ່ງພ່າຍແພ້ໂດຍກຳລັງຂອງອິດສະຣາເອນ ແລະ ແຜ່ນດິນນັ້ນ ໄດ້ສະຫງົບສຸກເປັນເວລາແປດສິບປີ. |