1 line
1.5 KiB
Plaintext
1 line
1.5 KiB
Plaintext
\c 1 \v 1 ຫລັງຈາກໂຢຊວຍເສັຍຊີວິດແລ້ວ, ຄົນອິດສະຣາເອນໄດ້ທູນຖາມພຣະຢາເວ ວ່າ, “ໃຜຜູ້ທຳອິດຈະໂຈມຕີກັບຄົນການາອານສຳລັບພວກເຮົາ, ເພື່ອສູ້ຮົບກັບພວກເຂົາ?” \v 2 ພຣະຢາເວຕອບວ່າ, “ຢູດາຈະໂຈມຕີ, ເບິ່ງແມ, ເຮົາໄດ້ມອບແຜ່ນດິນນັ້ນໃຫ້ພວກເຂົາແລ້ວ.” \v 3 ຄົນຢູດາຈຶ່ງເວົ້າ ກັບຄົນຊິເມໂອນ, ພີ່ນ້ອງຂອງຕົນວ່າ, “ຈົ່ງຂຶ້ນໄປກັບພວກເຮົາ ໃນເຂດແດນທີ່ກຳນົດໃຫ້ແກ່ພວກເຮົາ ເພື່ອຈະໄດ້ຕໍ່ສູ້ກັບຄົນການາອານນຳກັນ. ພວກເຮົາຈະໄປຮ່ວມຮົບໃນເຂດແດນທີ່ກຳນົດໃຫ້ແກ່ເຈົ້ານັ້ນດ້ວຍ.” ດັ່ງນັ້ນ, ເຜົ່າຊີເມໂອນກໍໄປກັບພວກເຂົາ. |