1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 5 ຄົນກິເລອາດກໍເຂົ້າຍຶດທ່າຂ້າມແມ່ນ້ຳຈໍແດນ ທີ່ຂ້າມໄປຫາເອຟຣາຢິມ. ເມື່ອມີຄົນເອຟຣາຢິມທີ່ລອດຊີວິດຄົນໃດໄດ້ກ່າວວ່າ, “ຂໍໃຫ້ຂ້ອຍຂ້າມແມ່ນໍ້າໄປນຳແດ່, ” ຄົນກິເລອາດກໍຖາມລາວວ່າ “ເຈົ້າເປັນຄົນເອຟຣາຢິມບໍ? ”, ເມື່ອລາວຕອບວ່າ “ບໍ່ແມ່ນ”. \v 6 ແລ້ວພວກເຂົາເວົ້າວ່າ “ຈົ່ງເວົ້າຄຳວ່າຊິບໂບເລັດ”, ແລະຖ້າລາວເວົ້າວ່າ “ຊິບໂບເລັດ” ( ເພາະວ່າຄົນເອຟຣາຢິມບໍ່ສາມາດອອກສຽງຄຳນີ້ໄດ້ຖືກຕ້ອງ), ຄົນກິເລອາດຈະຈັບກຸມ ແລະຂ້າຢູ່ທ່າຂ້າມແມ່ນ້ຳຈໍແດນ. ໃນເວລານັ້ນຄົນເອຟຣາຢິມໄດ້ຖືກຂ້າຕາຍສີ່ໝື່ນສອງພັນຄົນ. |