lo_jdg_text_ulb_l3/21/08.txt

1 line
1.4 KiB
Plaintext

\v 8 ພວກ­ເຂົາ​​ຖາມ​ຂຶ້ນ​ວ່າ, “ເຜົ່າໃດໃນບັນາເຜົ່າຂອງ​​ອິດ​ສ​ະ​ຣາເອນ​ທີ່​ບໍ່­ໄດ້​ຂຶ້ນ​ມາ​ເຝົ້າ​ພຣະຢາເວ​ທີ່​ມິດ­ຊະ­ປາ?” ຊຶ່ງໄດ້ພົບວ່າບໍ່​ມີ­ຄົນ​ໃດ​ຈາກ​ຢາ­ເບັດ​ກິ­ເລ­ອາດ​ມາ​ຊຸມນຸມ​ເລີຍ. \v 9 ເພາະ­ວ່າ​ເມື່ອ​ໄດ້ຈັດວາງປະ­ຊາ­ຊົນໃຫ້ເປັນລະບຽບແລ້ວ, ເບິ່ງແມ, ບໍ່­ມີ​ຊາວ­ເມືອງ​ຢາ­ເບັດ​ກິ­ເລ­ອາດ​ຢູ່​ບ່ອນ­ນັ້ນ​ເລີຍ. \v 10 ດັ່ງ­ນັ້ນ ຊຸມ­ນຸມ­ຊົນ​ຈຶ່ງ​ໄດ້ສົ່ງ​ທະ­ຫານ​ຜູ້​ກ້າ­ຫານ​ທີ່­ສຸດຂອງພວກເຂົາອອກໄປ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ ພ້ອມກັບຄຳສັ່ງໃຫ້ໄປຍັງຢາ­ເບັດ​ກິ­ເລ­ອາດ ແລະໂຈມຕີພວກເຂົາ ແລະ ຂ້າພວກເຂົາ ທັງ​ຜູ້­ຍິງ ແລະ ​​ເດັກ­ນ້ອຍ.