lo_jdg_text_ulb_l3/15/05.txt

1 line
1.4 KiB
Plaintext

\v 5 ແລ້ວ​ລາວ​ໄດ້​ໃຕ້​ໂຄມໄຟນັ້ນ, ແລະລາວກໍ​ປ່ອຍ​ຝູງ​ຫມາ­ຈອກ​ນັ້ນ​ເຂົ້າ­ໄປ​ໃນ​ນາ​ເຂົ້າ­​ຂອງ​ພວກ​ຟີ­ລິດ­ສະ­ຕີນ,ແລະພວກມັນ ກໍຈຸດໄຟເຜົາເຂົ້າທັງກອງທີ່ຊ້ອນກັນ ແລະເມັດພືດທີ່ຢືນຕົ້ນຢູ່ທົ່ງນາ ພ້ອມດ້ວຍສວນອະງຸ່ນ ແລະສວນຫມາກກອກ. \v 6 ພວກ​ຟີ­ລິດ­ສະ­ຕີນ​ຈຶ່ງ​ຖາມ​ວ່າ, “ແມ່ນ​ໃຜ​ເປັນ​ຜູ້​ເຮັດນີ້?” ແລ້ວ​ພວກ­ເຂົາ​ກໍບອກວ່າ,"​ແມ່ນ​ແຊມ­ຊັນ​ເປັນ​ຜູ້​ເຮັດ, ເພາະ​ພໍ່­ເຖົ້າ​ຂອງ​ລາວ​ທີ່​ເມືອງ​ຕິມ­ນາ, ໄດ້​ຍົກ​ເມຍ​ຂອງ​ແຊມ­ຊັນ ແລະ​ໃຫ້​ແກ່​ຫມູ່​ຂອງ​ລາວ". ຫລັງຈາກນັ້ນຄົນ​ຟີ­ລິດ­ສະ­ຕີນ​ຈຶ່ງ​ໄປ ແລະ ​ເຜົາ​ຍິງ​ຄົນ​ນີ້​ ແລະ​ພໍ່​ຂອງ​ລາວ.