lo_jdg_text_ulb_l3/13/06.txt

1 line
1.5 KiB
Plaintext

\v 6 ຈາກນັ້ນ ຍິງ​ຄົນ​ນັ້ນ​ກໍອອກມາ ແລະ​ບອກ​ຜົວ​ຂອງ​ນາງ​ວ່າ, “ຄົນ​ຂອງ​ພຣະ­ເຈົ້າ​ໄດ້​ມາ​ຫາ​ຂ້ອຍ, ແລະລັກສະນະຂອງເພ່ິນເປັນເຫນືອນເທວະດາ​ຂອງ​ພຣະ­ເຈົ້າ, ເປັນຕາຢ້ານຫລາຍ. ຂ້ອຍ​ເອງ​ກໍ​ບໍ່­ໄດ້​ຖາມ​​ເພິ່ນເລີຍວ່າ ເພິ່ນ​ມາ​ຈາກ​ໃສ, ແລະ​ເພິ່ນ​ບໍ່­ໄດ້​ບອກ​ຊື່​ຂອງ​ເພິ່ນ​ໃຫ້​ຂ້ອຍ​ຮູ້. \v 7 ແຕ່​ເພິ່ນ​ໄດ້​ບອກ​ຂ້ອຍ​ວ່າ, ເບິ່ງແມ້! ເຈົ້າ​ຈະ​ຕ້ອງ​ຖື­ພາ ແລະ​ເຈົ້າຈະ​ໄດ້​ລູກ­ຊາຍຄົນຫນຶ່ງ. ດັ່ງນັ້ນ ຈົງຢ່າດື່ມເຫລົ້າອະງຸ່ນ ຫລືຂອງມືນເມົາ ແລະຢ່າ​ກິນ​ອາ­ຫານ​ທີ່​ຫວງ​ຫ້າມ, ເພາະ​ເດັກ­ນ້ອຍ​ນັ້ນ​ຈະ​ເປັນ​ຄົນ​ນາ­ຊີ­ຣີແດ່​ພຣະ­ເຈົ້າ​ຕັ້ງແຕ່ລາວຢູ່ໃນທ້ອງຂອງເຈົ້າຈົນເຖິງວັນຕາຍ​ຂອງ​ລາວ.”