1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 38 ລາວໄດ້ກ່າວວ່າ, “ຈົງໄປສາ”. ລາວໄດ້ປ່ອຍນາງໄປເປັນເວລາສອງເດືອນ. ນາງກໍຈາກລາວໄປ, ນາງ ແລະເພື່ອນໆຂອງນາງ, ແລະພວກເຂົາ ກໍພາກັນຮ້ອງໄຫ້ຄ່ຳຄວນເຖິງຄວາມເປັນພົມມະຈາລີຂອງນາງເທິງພູເຂົານັ້ນ. \v 39 ຢູ່ມາເມື່ອຄົບສອງເດືອນແລ້ວ ນາງກໍກັບມາຫາພໍ່ຂອງນາງ, ຜູ້ທີ່ເຮັດກັບນາງຕາມຄຳສັນຍາທີ່ໄດ້ປະຕິຍານໄວ້. ໃນເວລານັ້ນ ນາງຍັງບໍ່ເຄີຍສົມສູ່ກັບຊາຍໃດເລີຍ, ແລະເລື່ອງນີ້ຈຶ່ງໄດ້ກາຍເປັນທຳນຽມໃນອິດສະຣາເອນ. \v 40 ທີ່ທຸກໆປີ ພວກລູກສາວຊາວອິດສະຣາເອນ, ຈະເລົ່າເລື່ອງຂອງລູກສາວຂອງເຢັບທາຄົນກິເລອາດເປັນເວລາສີ່ມື້. |